Home ຂ່າວຕ່າງປະເທດ ນັບມາຮອດທ້າຍເດືອນທັນວາ 2023 ຄັງສຳຮອງເງິນຕາຕ່າງປະເທດຂອງຈີນ ເພີ່ມຂຶ້ນ 66,2 ຕື້ໂດລາ

ນັບມາຮອດທ້າຍເດືອນທັນວາ 2023 ຄັງສຳຮອງເງິນຕາຕ່າງປະເທດຂອງຈີນ ເພີ່ມຂຶ້ນ 66,2 ຕື້ໂດລາ

0

ຂ່າວສານຊີອາໄອລາຍງານ ໃນວັນທີ 7 ມັງກອນ ຜ່ານມາ, ອີງຕາມໂຕເລກຫຼ້າສຸດຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງລັດຈີນສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນທັນວາ 2023, ຍອດຈຳນວນຄັງສຳຮອງເງິນຕາຕ່າງປະເທດຂອງຈີນແມ່ນ 3.238 ຕື້ໂດລາ, ເພີ່ມຂຶ້ນ 66,2 ຕື້ໂດລາ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງລັດຈີນໃຫ້ຮູ້ວ່າ: ໃນເດືອນທັນວາ 2023, ຍ້ອນໄດ້ຮັບຜົນກະທົບຈາກນະໂຍບາຍເງິນຕາ ແລະ ການຄາດຄະເນຂອງກຸ່ມເສດຖະກິດຕົ້ນຕໍ, ເຮັດໃຫ້ຕົວຊີ້ວັດໂດລາຫຼຸດຕ່ຳລົງ, ລາຄາຊັບສິນດ້ານການທະນາຄານທົ່ວໂລກໄດ້ເພີ່ມຂຶ້ນໂດຍລວມ. ຍ້ອນອັດຕາແລກປ່ຽນ ແລະ ລາຄາຊັບສິນໄດ້ມີການປ່ຽນແປງ, ເຮັດໃຫ້ຍອດຈຳນວນຄັງສຳຮອງເງິນຕາຕ່າງປະເທດຂອງຈີນໃນເດືອນທັນວາຜ່ານມາເພີ່ມຂຶ້ນ. ເສດຖະກິດຈີນສືບຕໍ່ມີທ່ວງທ່າດີຂຶ້ນ, ການພັດທະນາທີ່ມີຄຸນນະພາບສູງໄດ້ດຳເນີນໄປຢ່າງໜັກແໜ້ນ ຊຶ່ງຈະເປັນການຄ້ຳປະກັນຕໍ່ຈຳນວນຄັງສຳຮອງເງິນຕາຕ່າງປະເທດຮັກສາຄວາມໝັ້ນທ່ຽງໂດຍພື້ນຖານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version