ວັນທີ 26 ທັນວາ 2023 ທີ່ນະຄອນນິ່ງບິ່ງ ແຂວງນິ່ງບິ່ງ ສສ.ຫວຽດນາມ ໄດ້ຈັດກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIII ລະຫວ່າງ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄະນະຜູ້ແທນຝ່າຍລາວນຳໂດຍສະຫາຍ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວ້ຽນ ມິງ ວູ່ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ ໂດຍມີຜູູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ບັນດາທ່ານຮອງເຈົ້າແຂວງ ຈາກແຂວງທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ.
ກອງປະຊຸມແມ່ນໄດ້ຈັດຂຶ້ນໃນແຕ່ລະປີ ເພື່ອທົບທວນຄືນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມສາມັນປະຈໍາປີ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXXII ແລະ ການປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນປີ 2016.
ການປະຕິບັດວຽກງານຊາຍແດນໃນໄລຍະໜຶ່ງປີຜ່ານມາ ເຫັນວ່າບັນດາເຈົ້າໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຕັ້ງໜ້າ ແລະ ມີຄວາມຮັບ ຜິດຊອບສູງ ໄດ້ເປັນເຈົ້າການຫ້າວຫັນປະກອບສ່ວນສໍາຄັນເຂົ້າໃນວຽກງານຄຸ້ມຄອງຊາຍແດນ ຮັບປະກັນຄວາມໝັ້ນຄົງ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງ ສອງປະເທດ ເຊິ່ງໄດ້ເປັນການປະກອບສ່ວນໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ດົນນານຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ສ້າງໃຫ້ບໍລິເວນຊາຍແດນຂອງລາວ-ຫວຽດນາມ ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ມີຄວາມສະ ຫງົບ ຄວາມເປັນລະບຽບຮຽບຮ້ອຍ.
ພ້ອມກັນນີ້ ສອງຝ່າຍຍັງໄດ້ເປັນເອກະພາບກັນໃນການວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ເພື່ອປະຕິບັດວຽກງານຊາຍແດນໃຫ້ມີປະສິດທິພາບເພີ່ມຂື້ນເລື້ອຍໆ ເປັນຕົ້ນແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ຊາຍແດນຂອງສູນກາງ ແລະ ທ້ອງຖິ່ນທັງສອງປະເທດ ສືບຕໍ່ເອົາໃຈໃສ່ໃນການກວດກາລາດຕະເວນຮ່ວມກັນສອງຟາກຊາຍແດນເປັນປະຈຳ ຍົກສູງວຽກງານການຄຸ້ມຄອງຊາຍແດນ ຫຼັກໝາຍຊາຍແດນ ແລະ ດ່ານຊາຍແດນ ປັບປຸງປົວແປງຫຼັກໝາຍທີ່ຖືກເປ່ເພຍ້ອນໄພທຳມະຊາດ ແລະ ຍ້ອນກຸ່ມຄົນທີ່ບໍ່ຫວັງດີທຳລາຍ ເພີ່ມທະວີເອົາໃຈໃສ່ວຽກງານການໂຄສະນາເຜີຍແຜ່ນະໂຍບາຍ ແລະ ກົດໝາຍຊາຍແດນໃຫ້ແກ່ບັນດາພໍ່ແມ່ປະຊາຊົນ ນາຍບ້ານ ແລະ ເຖົ້າແກ່ແນວໂຮມ ຜູ້ຊົງຄຸນວຸດທິ ທີ່ດຳລົງຊີວິດຢູ່ບໍລິເວນສອງຟາກຊາຍແດນ ລາວ-ຫວຽດນາມ ໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຈະແຈ້ງຕໍ່ລະບຽບກົດໝາຍຊາຍແດນ ແລະ ມີສ່ວນຮ່ວມເປັນເຈົ້າການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂື້ນ ສຸມໃສ່ການພັດທະນາພື້ນຖານໂຄງລ່າງທາງດ້ານເສດ ຖະກິດ ການຄ້າຊາຍແດນ ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານແດນ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການພັດທະນາ ຄ້າຂາຍ ໄປມາຫາສູ່ ແລະ ທຳມາຫາກິນຮ່ວມກັນ.
ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນທ່າມກາງບັນຍາກາດອັນສະຫງ່າລາສີ ແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ຖານເພື່ອນມິດສະຫາຍອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແຕກດອກອອກຜົນ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.