Saturday, July 27, 2024
Homeຂ່າວໜ້າໜຶ່ງສຳເລັດຊຸດເຝິກອົບຮົມທິດສະດີການເມືອງສະເພາະດ້ານໃຫ້ຂະແໜງສື່ມວນຊົນ

ສຳເລັດຊຸດເຝິກອົບຮົມທິດສະດີການເມືອງສະເພາະດ້ານໃຫ້ຂະແໜງສື່ມວນຊົນ

ພິທີປິດຊຸດເຝິກອົບຮົມທິດສະດີການເມືອງສະເພາະດ້ານໃຫ້ຂະແໜງສື່ມວນຊົນ ກະຊວງຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນວັນທີ 27 ທັນວາ 2023 ທີ່ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ເປັນກຽດເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ທ່ານ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມຂະແໜງການກ່ຽວຂ້ອງ ແລະ ສຳມະນາກອນເຂົ້າຮ່ວມ.

ຜ່ານການຈັດຕັ້ງປະຕິບັດຊຸດເຝິກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ໃໝ່ທາງດ້ານທິດສະດີການເມືອງ ແລະ ການປົກຄອງຕາມຫຼັກສູດສະເພາະດ້ານທີ່ມີມາດຕະຖານດີ ໄດ້ເຂົ້າໃຈແຈ້ງ ເຊື່ອມຊຶມ ທັດສະນະຂອງພັກຕໍ່ວຽກງານສື່ມວນຊົນພ້ອມທັງໄດ້ຍົກລະດັບວິຊາການດ້ານສື່ມວນຊົນໃນໄລຍະໃໝ່ ສ້າງບຸກຄະລາກອນສື່ມວນຊົນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ເພີ່ມຄວາມສຳນິສຳນານທາງດ້ານວິຊາສະເພາະດ້ານສື່ມວນຊົນ ສ້າງຄວາມສາມັກຄີຮັກແພງລະຫວ່າງຜູ້ເຂົ້າເຝິກອົບຮົມ ແລະ ຄູ-ອາຈານ ພ້ອມກັນນັ້ນກໍໄດ້ຍົກລະດັບຄວາມຮູ້ ຄວາມສາມາດດ້ານທິດສະດີການເມືອງ ແນວຄິດ ໄກສອນ ພົມວິຫານ ແນວທາງນະໂຍບາຍຂອງພັກ ການຄຸ້ມຄອງຂອງລັດ-ຄຸ້ມຄອງສັງຄົມ ເຮັດໃຫ້ເປົ້າໝາຍຜູ້ເຂົ້າຮຽນມີແນວຄິດ ທັດສະນະຫຼັກໝັ້ນ ຊົນຊັ້ນກຳມະກອນ ມີແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ ເຊື່ອໝັ້ນຕໍ່ອຸດົມການກໍຄື ພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ມີຄຸນສົມບັດສິນທຳປະຕິວັດ ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ ມີຄວາມຫ້າວຫັນເປັນແບບຢ່າງທີ່ດີເຮັດໃຫ້ການປະຕິບັດໜ້າທີ່ວຽກງານສື່ມວນຊົນຂອງຕົນນັບມື້ນັບມີຄຸນນະພາບສູງຂຶ້ນ.

ບົດຮຽນຄັ້ງນີ້ຈະເປັນເຂັມທິດເຍືອງທາງໃນການປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ໃນຂອບເຂດຄວາມຮັບຜິດຊອບຂອງຕົນເອງໃຫ້ສອດຄ່ອງ ມີປະສິດທິຜົນດີຂຶ້ນ ເພື່ອນໍາໄປເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກສື່ມວນຊົນທີ່ກ້າວໜ້າທັນສະໄໝ ຮັບໃຊ້ການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ ຜົນສໍາເລັດການພັດທະນາເສດຖະກິດ-ວັດທະນະທໍາສັງຄົມຂອງລັດ ການປ້ອງກັນຊາດປ້ອງກັນຄວາມສະຫງົບທີ່ເຂັ້ມແຂງ ລວມທັງສ່ອງແສງໃຫ້ເຫັນວຽກດີຄົນເດັ່ນຢູ່ສູນກາງຮອດທ້ອງຖິ່ນຢ່າງກວ້າງຂວາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments