Home ຂ່າວຕ່າງປະເທດ ລາວ-ຫວຽດນາມ ຮັບປະກັນຄວາມໝັ້ນຄົງ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມຊາຍແດນ

ລາວ-ຫວຽດນາມ ຮັບປະກັນຄວາມໝັ້ນຄົງ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມຊາຍແດນ

0

ວັນທີ 26 ທັນວາ 2023 ທີ່ນະຄອນນິ່ງບິ່ງ ແຂວງນິ່ງບິ່ງ ສສ.ຫວຽດນາມ ໄດ້ຈັດກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIII ລະຫວ່າງ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄະນະຜູ້ແທນຝ່າຍລາວນຳໂດຍສະຫາຍ ໂພໄຊ ໄຂຄຳພິທູນ ຮອງລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫົວໜ້າ​ຄະນະ​ຜູ້​ແທນ​ຊາຍ​ແດນ ລາວ-ຫວຽດນາມ ​ແລະ ຝ່າຍ​ຫວຽດນາມ ນຳ​ໂດຍ ສະຫາຍ ​ຫງວ້ຽນ ມິງ ວູ່ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ ຫົວໜ້າ​ຄະນະ​ຜູ້​​ແທນ​ຊາຍ​ແດນ ຫວຽດນາມ-ລາວ ໂດຍ​ມີຜູູ້ຕາງໜ້າ​​​ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ບັນດາທ່ານຮອງເຈົ້າແຂວງ ຈາກແຂວງທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ.

ກອງປະຊຸມ​ແມ່ນໄດ້ຈັດຂຶ້ນໃນແຕ່ລະປີ ເພື່ອ​ທົບທວນຄືນ​ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງບົດ​ບັນທຶກ​ກອງ​ປະຊຸມສາມັນປະຈໍາປີ ​ຄະນະ​ຜູ້​​ແທນ​ຊາຍ​ແດນ ລາວ-ຫວຽດນາມ ຄັ້ງ​ທີ XXXII ​ ແລະ ການປະຕິບັດສັນຍາ​ວ່າ​ດ້ວຍລະບຽບ​ການ​ຄຸ້ມຄອງຊາຍ​ແດນ ແລະ ດ່ານຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນປີ 2016.

​ ການປະຕິບັດວຽກງານຊາຍແດນໃນໄລຍະໜຶ່ງປີຜ່ານມາ ເຫັນວ່າບັນດາເຈົ້າໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຕັ້ງໜ້າ ແລະ ມີຄວາມຮັບ ຜິດຊອບສູງ ໄດ້ເປັນເຈົ້າການຫ້າວຫັນປະກອບສ່ວນສໍາຄັນເຂົ້າໃນວຽກງານຄຸ້ມຄອງຊາຍແດນ ຮັບປະກັນຄວາມໝັ້ນຄົງ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງ ສອງປະເທດ ເຊິ່ງໄດ້ເປັນການປະກອບສ່ວນໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ດົນນານຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ສ້າງໃຫ້ບໍລິເວນຊາຍແດນຂອງລາວ-ຫວຽດນາມ ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ມີຄວາມສະ ຫງົບ ຄວາມເປັນລະບຽບຮຽບຮ້ອຍ.

​ ພ້ອມກັນ​ນີ້ ສອງ​ຝ່າຍ​​ຍັງໄດ້​ເປັນ​ເອກະ​ພາບ​​ກັນໃນການ​ວາງ​ທິດ​ທາງແຜນການເຄື່ອນໄຫວໃນຕໍ່ໜ້າ ເພື່ອ​ປະຕິບັດ​ວຽກ​ງານຊາຍແດນໃຫ້ມີປະສິດທິພາບເພີ່ມຂື້ນເລື້ອຍໆ ເປັນຕົ້ນແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ຊາຍແດນຂອງສູນກາງ ແລະ ທ້ອງຖິ່ນທັງສອງປະເທດ ສືບຕໍ່ເອົາໃຈໃສ່ໃນການກວດກາລາດຕະເວນຮ່ວມກັນສອງຟາກຊາຍແດນເປັນປະຈຳ ຍົກສູງວຽກງານ​ການ​ຄຸ້ມ​ຄອງຊາຍ​ແດນ ຫຼັກໝາຍຊາຍແດນ ແລະ ດ່ານຊາຍແດນ ປັບປຸງປົວແປງຫຼັກໝາຍທີ່ຖືກເປ່ເພຍ້ອນໄພທຳມະຊາດ ແລະ ຍ້ອນກຸ່ມຄົນທີ່ບໍ່ຫວັງດີທຳລາຍ ເພີ່ມທະວີເອົາໃຈໃສ່​ວຽກງານການໂຄສະນາເຜີຍແຜ່ນະໂຍບາຍ ແລະ ກົດໝາຍຊາຍແດນໃຫ້ແກ່ບັນດາພໍ່ແມ່ປະຊາຊົນ ນາຍບ້ານ ແລະ ເຖົ້າແກ່ແນວໂຮມ ຜູ້ຊົງຄຸນວຸດທິ ທີ່ດຳລົງຊີວິດຢູ່ບໍລິເວນສອງຟາກຊາຍແດນ ລາວ-ຫວຽດນາມ ໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຈະແຈ້ງຕໍ່ລະບຽບກົດໝາຍຊາຍແດນ ແລະ ມີສ່ວນຮ່ວມເປັນເຈົ້າການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂື້ນ ສຸມໃສ່ການພັດທະນາພື້ນຖານໂຄງລ່າງທາງດ້ານເສດ ຖະກິດ ການຄ້າຊາຍແດນ ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານແດນ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການພັດທະນາ ຄ້າຂາຍ ໄປມາຫາສູ່ ແລະ ທຳມາຫາກິນຮ່ວມກັນ.

ກອງ​ປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນ​ທ່າມກາງ​ບັນຍາກາດ​ອັນສະຫງ່າລາສີ ​ແຫ່ງ ສາຍ​ພົວພັນ​ມິດຕະພາບທີ່ຍິ່ງໃຫຍ່ ຄວາມ​ສາມັກຄີ​ແບບພິ​ເສດ ຖານເພື່ອນມິດສະຫາຍອ້າຍນ້ອງ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ​ທີ່ນັບມື້ຍິ່ງໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ແຕກດອກອອກຜົນ ​ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງ​ບໍ່​ຢຸດ​ຢັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version