Saturday, July 27, 2024
Homeຂ່າວກິລາລີກ ຊາອູດິອາຣະເບຍ ເພີ່ມໂຄຕານັກເຕະຕ່າງຊາດລະດູການໜ້າຈາກ 8 ເປັນ 10 ຄົນ

ລີກ ຊາອູດິອາຣະເບຍ ເພີ່ມໂຄຕານັກເຕະຕ່າງຊາດລະດູການໜ້າຈາກ 8 ເປັນ 10 ຄົນ

“ ເທເລກຣາຟ ” ລາຍງານຂ່າວວ່າ ຊາອູດິ ໂປຣລີກ ໄດ້ມີການປັບປ່ຽນໂຄຕານັກເຕະຕ່າງປະເທດຂອງແຕ່ລະສະໂມສອນອີກຄັ້ງ ໂດຍໃນລະດູການໜ້າ ອະນຸຍາດໃຫ້ແຕ່ລະທີມມີນັກເຕະຕ່າງປະເທດໄດ້ 10 ຄົນ ເພີ່ມຂຶ້ນຈາກລະດູການນີ້ທີ່ໃຫ້ມີໄດ້ 8 ຄົນ.

ຈາກການທີ່ທີມໃນລີກມະຫາເສດຖີໄດ້ທຸ່ມເງິນຊື້ນັກເຕະໃນລີກເອີຣົບມາເສີມທີມຢ່າງຄຶກຄັກໃນໄລຍະລະດູຮ້ອນທີ່ຜ່ານມາ ເຮັດໃຫ້ ຊາອຸດິ ໂປຣລີກ ກາຍເປັນລີກທີ່ໃຊ້ເງິນເສີມທີມສູງສຸດເປັນອັນດັບ 5 ຂອງໂລກ ເປັນຮອງພຽງ ພຣີເມຍລີກ ອັງກິດ, ລີກ 1 ຝຣັ່ງ, ບຸນເດສລີກາ ເຢຍລະມັນ ແລະ ກັນໂຊ່ ເຊເຣຍ A ອີຕາລີ ເທົ່ານັ້ນ ລວມທັງເໜືອກວ່າລາລີກາ ແອັດສະປາຍ.

ອັລ ອາລີ ເປັນທີມທີ່ເສີມທີມດ້ວຍນັກເຕະຕ່າງປະເທດຄົບ 8 ຄົນ ໃນລະດູການນີ້ ໂດຍໄດ້ທັງ ຣິຢາດ ມາເຣຊ, ໂຣແບໂຕ ຟີມິໂນ, ອັລລອງ ແຊງ-ແມັກຊີແມງ, ຟຣອງ ເຄສຊີເຢ່, ເອດູອາ ເມນດີ, ໂຣເຈີ ອິບາເນຊ, ກາບຣຽວ ເວກາ, ເມຣີ ເດມິຣາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments