Saturday, July 27, 2024
Homeບຸນປະເພນີໄຂງານບຸນນະມັດສະການພຣະທາດອີງຮັງ ຕ້ອນຮັບປີທ່ອງທ່ຽວລາວ 2024

ໄຂງານບຸນນະມັດສະການພຣະທາດອີງຮັງ ຕ້ອນຮັບປີທ່ອງທ່ຽວລາວ 2024

ງານບຸນນະມັດສະການພຣະທາດອີງຮັງ ປະຈຳປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 25 ທັນວາ 2023 ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ.

ໃນການຈັດງານຄັ້ງນີ້ ໄດ້ກຳນົດເອົາແຕ່ວັນທີ 21-27 ທັນວາ 2023 ຊຶ່ງໃນວັນທີ 25 ທັນວາ ແມ່ນເປັນມື້ເປີດງານຢ່າງເປັນທາງການ, ວັນທີ 26 ທັນວາ ເວລາ 14 ໂມງ ຈະມີພິທີແຫ່ປະສາດເຜິ້ງ ແລະ ຕອນເຊົ້າວັນທີ 27 ທັນວາ ມີພິທີຕັກບາດຖວາຍສັງຄະທານແດ່ພະສົງສຳມະເນນ; ສ່ວນຕອນຄ່ຳຄືນເວລາ 19 ໂມງ ມີພິທີວຽນທຽນ ແລະຈູດບັ້ງໄຟດອກບູຊາພຣະທາດ ຖືວ່າເສັດສິ້ນພິທີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments