Saturday, July 27, 2024
Homeຂ່າວຕ່າງປະເທດສ້າງບາດກ້າວບຸກທະລຸທາງດ້ານພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ

ສ້າງບາດກ້າວບຸກທະລຸທາງດ້ານພື້ນຖານໂຄງລ່າງເພື່ອສ້າງກຳລັງໜູນພັດທະນາເສດຖະກິດ

ວິທະຍຸສາກົນຫວຽດນາມ, ຫວຽດນາມ ຫາກໍ່ນຳ 4 ໂຄງການ ຄົມມະນາຄົມ ຈຸດສຸມ ເຂົ້າເຄື່ອນໄຫວ ໃນເວລາດຽວກັນ ຢູ່ທັງພາກເໜືອ ແລະ ພາກໃຕ້ ຫວຽດນາມ. ນີ້ແມ່ນ ເຫດການພິເສດ, ຍ້ອນເປັນຄັ້ງ ທຳອິດ ທີ່ເຮັດໃນ ຈຸດເວລາດຽວກັນ, ກະຊວງ ຄົມມະນາຄົມ ຂົນສົ່ງ ແລະ ບັນດາເຈົ້າ ຂອງລົງທຶນ ໄດ້ຂຸດຄົ້ນ ບັນດາໂຄງການ ໃນຂົງເຂດ ທີ່ແຕກຕ່າງກັນ, ລວມມີ: ສະໜາມບິນ 1 ແຫ່ງ, ເສັ້ນທາງ ຄວາມໄວສູງ 2 ເສັ້ນ ແລະ ຂົວແຂວນໃຫຍ່ 1 ແຫ່ງ. ເລື່ອງເປີດສະຫລອງ ບັນດາກິດຈະກຳ ດັ່ງກ່າວ ມີຄວາມໝາຍ ຢ່າງໃຫຍ່ຫລວງ ທາງດ້ານເສດຖະກິດ, ສ້າງການເຊື່ອມຕໍ່, ແມ່ນ ກຳລັງໜູນ ຂອງການເຕີບໂຕ ໃຫ້ແກ່ເຂດ ເວົ້າສະເພາະ ແລະ ຂອງປະເທດ ຫວຽດນາມ ເວົ້າລວມ.ຍອດເງິນລົງທຶນຂອງ 4 ໂຄງການດັ່ງກ່າວ ເກືອບ 18.000 ຕື້ດົ່ງ ນີ້ແມ່ນບັນດາ ໂຄງການຈຸດສຸມ ຂອງຂະແໜງ ຄົມມະນາຄົມສຸດທ້າຍ ທີ່ໄດ້ເປີດນຳໃຊ້ໃນປີ 2023 ທີ່ຖືກຕ້ອງຕາມແຜນການ.

ທັງ 4 ໂຄງການ ໄດ້ເປີດສະຫລອງ ໃນວັນທີ 24 ທັນວານີ້ ລ້ວນແຕ່ແມ່ນບັນດາໂຄງການ ຄົມມະນາຄົມ ສຳຄັນ, ສວມບົດບາດ ແມ່ນກຳລັງໜູນຊຸກ ຍູ້ເສດຖະກິດ ຂອງທ້ອງຖິ່ນ, ຂອງເຂດ ແລະ ປະເທດຊາດ.ໃນນັ້ນ, ໂຄງການລົງທຶນ ກໍ່ສ້າງເປີດກວ້າງ ສະໜາມບິນ ດ້ຽນບຽນ ໄດ້ເລີ່ມລົງມື ກໍ່ສ້າງ ແຕ່ວັນທີ 22 ມັງກອນ 2022, ເຊິ່ງແມ່ນໜຶ່ງ ໃນບັນດາ ໂຄງການ ຂ່ຳນັບຊົມເຊີຍ ເຫດການສະເຫລີມ ສະຫລອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954 – 2024). ດ້ວຍບົດບາດ ແມ່ນສະໜາມບິນ ໜຶ່ງດຽວຂອງ 6 ແຂວງເຂດຊາຍແດນ ໄຕບັກ (ທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ), ພາຍຫລັງ ສະໜາມ ບິນກໍ່ສ້າງສຳເລັດ, ແຂວງ ດ້ຽນບຽນ ແລະ ທັງເຂດຕາ ເວັນຕົກສ່ຽງເໜືອ ຂອງ ຫວຽດນາມ ຈະມີເງື່ອນໄຂ ເປີດກວ້າງການເຊື່ອມຕໍ່ ທາງການບິນ ກັບບັນດາປະເທດ ໃນອະນຸພາກພື້ນ ແມ່ນ້ຳຂອງ ເປີດກວ້າງ ຕາມການກຳນົດ ທິດຮ່ວມມື ພັດທະນາ ຂອງລັດຖະບານ ແລະ ບັນດາປະເທດ ອາຊຽນ ທີ່ໄດ້ເປັນເອກະພາບ ນຳກັນແລ້ວ. ຢູ່ທາງທິດໃຕ້ ຫວຽດນາມ, ເສັ້ນທາງຄວາມໄວສູງ ມິ້ທ້ວນ – ເກິນເທີ ແລະ ຂົວ ມິ້ທ້ວນ ແມ່ນ 2 ໂຄງການສຸດທ້າຍ ຂອງເສັ້ນທາງ ຄວາມໄວສູງ ເໜືອ – ໃຕ້ ໄລຍະຈາກ ນະຄອນ ໂຮ່ຈີມິນ ຫານະຄອນ ເກິນເທີ ມີຄວາມຍາວ 120 ກິໂລແມັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments