Home ຂ່າວໜ້າໜຶ່ງ ຂະແໜງສາທາ ມີບົດບາດດ້ານການຊ່ວຍເຫລືອຜູ້ລອດຊີວິດຈາກຄວາມຮຸນແຮງ

ຂະແໜງສາທາ ມີບົດບາດດ້ານການຊ່ວຍເຫລືອຜູ້ລອດຊີວິດຈາກຄວາມຮຸນແຮງ

0

ຂະແໜງສາທາລະນະສຸກ ມີພາລະບົດບາດ ແລະ ໜ້າທີ່ ໃນການຊ່ວຍເຫລືອເບື້ອງຕົ້ນທາງດ້ານການແພດ ໃຫ້ຜູ້ຖືກເຄາະຮ້າຍ ຫລື ຜູ້ລອດຊີວິດຈາກການໃຊ້ຄວາມຮຸນແຮງ ທີ່ມາກວດຢູ່ແຕ່ລະໂຮງໝໍ ເຊັ່ນ: ການໃຫ້ບໍລິການກວດ, ປິ່ນປົວ, ຢັ້ງຢືນສຸຂະພາບ ແລະ ນຳສົ່ງໄປຫາໜ່ວຍງານສະ ເພາະທີ່ຮັບຜິດຊອບ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດໃນ ໂອກາດສະເຫລີມສະຫລອງ ແລະ ລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ເມື່ອບໍ່ດົນນີ້ວ່າ: ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສາທາລະນະສຸກ, ມີບ່ອນປະຈໍາການຢູ່ຫ້ອງການ ກະຊວງສາທາລະນະສຸກ ເຊິ່ງແມ່ນພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ເປັນຈຸດໃຈກາງປະສານງານ ລະຫວ່າງ ກະຊວງສາທາລະນະສຸກ ແລະ ຫ້ອງການ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ບັນດາພາກສ່ວນຕ່າງໆທີ່ນອນໃນຄະນະກຳມາທິການດັ່ງກ່າວ, ມີພາລະບົດບາດໜ້າທີ່ໃນການຊ່ວຍເຫລືອເບື້ອງຕົ້ນ ທາງດ້ານການແພດ ໃຫ້ຜູ້ຖືກເຄາະຮ້າຍ ຫລື ຜູ້ລອດຊີວິດຈາກການໃຊ້ຄວາມຮຸນແຮງທີ່ມາກວດຢູ່ແຕ່ລະໂຮງໝໍ ເຊັ່ນ: ການໃຫ້ບໍລິການກວດ, ປິ່ນປົວ, ຢັ້ງຢືນສຸຂະພາບ ແລະ ນຳສົ່ງໄປຫາໜ່ວຍງານສະເພາະທີ່ຮັບຜິດຊອບ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ປັດຈຸບັນ, ໄດ້ມີໜ່ວຍງານ ຫລື ສາຍດ່ວນ(1527) ໃຫ້ຄໍາປຶກສາແກ່ແມ່ຍິງ ແລະ ເດັກ ທີ່ຖືກຄວາມຮຸນແຮງບ່ອນທຳອິດ ຢູ່ໂຮງໝໍມະໂຫສົດ ແລະ ມີຄູ່ມືການເບິ່ງແຍງແມ່ຍິງ ທີ່ຖືກຄວາມຮຸນແຮງ ທີ່ໄດ້ດັດປັບຈາກຫລັກສູດ ຂອງອົງການອະນາໄມໂລກ ແລະ ມາດຕະຖານການດຳເນີນງານຕອບສະ ໜອງການບໍລິການແກ່ຜູ້ທີ່ຖືກຄວາມຮຸນແຮງ ສຳລັບສະຖານທີ່ບໍລິການສຸຂະພາບ (SOP) ເພື່ອໃຫ້ຜູ້ຖືກຄວາມຮຸນແຮງໄດ້ຮັບການປົກປ້ອງ, ໄດ້ຮັບຄວາມເປັນທຳ ແລະ ມີຄວາມໝັ້ນໃຈໃນການສົ່ງຕໍ່ເຂົາ ເຈົ້າດ້ວຍຄວາມປອດໄພ. ພ້ອມນີ້, ຂະແໜງສາທາລະນະສຸກ ຍັງໄດ້ຈັດຝຶກອົບຮົມມາດຕະຖານການດຳເນີນງານຕອບສະໜອງ ການບໍລິການແກ່ຜູ້ທີ່ຖືກຄວາມຮຸນແຮງ ແລະ ການກວດທາງດ້ານນິຕິເວດ ໃຫ້ແກ່ພະນັກງານແພດໝໍ ແລະ ທີມງານທີ່ຮັບຜິດຊອບສະເພາະຢູ່ແຕ່ລະໂຮງໝໍ ໃນ 7 ໂຮງໝໍສູນກາງ ເພື່ອໃຫ້ມີຄວາມຊໍານິຊໍານານ, ພ້ອມທັງປັບປຸງລະບົບການບໍລິການສຸຂະພາບຂອງຂະແໜງສາທາລະນະສຸກ ຢູ່ໜ່ວຍບໍລິການຂອງໂຮງໝໍນັບແຕ່ສູນກາງ ແລະ ທ້ອງຖິ່ນ ໃນການກວດ, ປິ່ນປົວ, ໃຫ້ຄໍາປຶກສາ ແລະ ນໍາສົ່ງຕໍ່ໄປຕາມຂະບວນການ ແລະ ຈະສືບຕໍ່ຝຶກອົບຮົມໃຫ້ຂັ້ນແຂວງ ໂດຍຈະເລີ່ມຈາກ 5 ແຂວງຄື: ແຂວງບໍ່ແກ້ວ, ບໍລິຄໍາໄຊ, ສະຫວັນນະເຂດ, ຈໍາປາສັກ ແລະ ແຂວງອັດຕະປື

ສຳລັບ ແພດທີ່ໄດ້ຜ່ານການຝຶກອົບຮົມ, ຈະໄດ້ນຳໃຊ້ແບບຟອມໃນການບັນທຶກການສອບປະ ຫວັດ, ເກັບກຳຂໍ້ມູນ, ກວດກາທາງດ້ານຮ່າງກາຍ, ກວດເລືອດ HIV, Syphilis, ກວດ Papsmer ແລະ ໃຫ້ການປິ່ນປົວດ້ວຍຢາ, ປິ່ນປົວບາດແຜຕ່າງໆ, ພ້ອມທັງມີແບບຟອມ ແລະ ໃບຢືນຢັນສະເພາະ ເພື່ອເປັນຂໍ້ມູນທີ່ສຳຄັນໃນກໍລະນີມີການດໍາເນີນຄະດີ.

ໄລຍະຜ່ານມາ, ຂະແໜງສາທາລະນະສຸກ ໄດ້ມີການຊ່ວຍເຫລືອດ້ານສຸຂະພາບໃຫ້ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ຜູ້ຕິດເຊື້ອເອສໄອວີ ເອສ ຄື: ກໍລະນີ ມີຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງມາກວດ ໄດ້ໃຫ້ການຊ່ວຍເຫລືອເບື້ອງຕົ້ນ ໃນການກວດທາງດ້ານຮ່າງກາຍ ແລະ ປິ່ນປົວ ທາງດ້ານຈິດໃຈ, ສຳລັບກໍລະນີຜູ້ຖືກເຄາະຮ້າຍ ທີ່ຖືກຄວາມຮຸນແຮງທາງເພດ ມາພົບແພດກ່ອນ 72 ຊົ່ວໂມງ ເພື່ອປ້ອງກັນການຕິດເຊື້ອ HIV ແພດກໍຈະໃຫ້ຢາຕ້ານໄວຣັດ ໂດຍປະຕິບັດຕາມຄູ່ມື ວ່າດ້ວຍການປ້ອງກັນ ແລະ ປິ່ນປົວ HIV, ໄລຍະຜ່ານມາ ມີຜູ້ຖືກຄວາມຮຸນແຮງມາກວດໃນໄລຍະທໍາອິດແຕ່ຕໍ່ມາບໍ່ມີເງື່ອນໄຂໃນການປິ່ນປົວຕໍ່ ພວກເຮົາກໍ່ໄດ້ອີງໃສ່ກົດໝາຍປິ່ນປົວ, ກົດໝາຍປະກັນສຸຂະ ພາບແຫ່ງຊາດ ແລະ ນະໂຍບາຍຂອງແຕ່ລະໂຮງໝໍໃນການຊ່ວຍເຫລືອຜູ້ທຸກຍາກ.

ປັດຈຸບັນ, ອົງການສະຫະປະຊາຊາດ ເພື່ອປະຊາກອນ(UNFPA) ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອດ້ານງົບປະມານ ແກ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ທີ່ເຂົ້າມາກວດຢູ່ບັນດາໂຮງໝໍສູນກາງ, ເວລາຜູ້ຖືກຄວາມຮຸນແຮງຕ້ອງການຄວາມຊ່ວຍເຫລືອໃນການປົກປ້ອງດ້ານອື່ນໆ ເຊັ່ນ: ຕ້ອງ ການຄວາມເປັນທໍາ, ຕ້ອງການສູ້ດໍາເນີນຄະດີ ພວກເຮົາ ກໍໄດ້ປະສານງານຫາທາງເຈົ້າໜ້າທີ່ຕໍາຫລວດໃຫ້ເຂົາເຈົ້າ ໃນການດໍາເນີນຄະດີ ຫລື ຕ້ອງການສະຖານທີ່ປົກປ້ອງຊົ່ວຄາວ ກໍໄດ້ປະສານງານຫາ ສູນກາງສະຫະພັນແມ່ຍິງລາວ ເຊິ່ງມີສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ແລະ ຍັງມີບັນດາຂະແໜງການອື່ນໆທີ່ກ່ຽວຂ້ອງເຊັ່ນ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version