Home ຂ່າວໜ້າໜຶ່ງ ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ ຄະນະນໍາກະຊວງພະລັງງານ ແລະ ບໍ່ແຮ່ ທຸກຂັ້ນເອົາໃຈໃສ່ 5ບັນຫາໃຫ່ຍ ຂອງຂະແໜງພະລັງງານ ແລະ ບໍ່ແຮ່

ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ ຄະນະນໍາກະຊວງພະລັງງານ ແລະ ບໍ່ແຮ່ ທຸກຂັ້ນເອົາໃຈໃສ່ 5ບັນຫາໃຫ່ຍ ຂອງຂະແໜງພະລັງງານ ແລະ ບໍ່ແຮ່

0

ຕອນເຊົ້າວັນທີ 22 ທັນວາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2023 ຢູ່ຫໍປະຊຸມແຫ່ງຊາດ ພາຍຫລັງທີ່ດໍາເນີນກອງປະຊຸມມາເປັນເວລາ ວັນເຄິງ ໂດຍນາຍົກລັດຖະມົນຕີເນັ້ນໜັກວ່າ: ຂະແໜງພະລັງງານ ແລະ ບໍ່ແຮ່ ແມ່ນຂະແໜງການໜຶ່ງໃນໂຄງປະກອບກົງຈັກຂອງລັດຖະບານ ທີ່ມີບົດບາດສໍາຄັນໃນຂະບວນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເປັນຂະແໜງໃຈກາງໃນການປະຕິບັດແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ. ຜົນສໍາເລັດຂອງການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະທີ່ຜ່ານມາໄດ້ກາຍເປັນພື້ນຖານທີ່ສໍາຄັນຂອງການພັດທະນາປະເທດຊາດໃນໄລຍະໃໝ່, ຂະແໜງພະລັງງານ ແລະ ບໍ່ແຮ່ ແມ່ນຂະແໜງອຸດສາຫະກໍາທີ່ມີລັກສະນະເປັນເຈົ້າພາທາງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ຂ້າພະເຈົ້າເຫັນດີເປັນເອກະພາບຊຶ່ງໃນໄລຍະທີ່ຜ່ານມາ,ຂະແໜງພະລັງງານ ແລະ ຂະແໜງບໍ່ແຮ່ລ້ວນແຕ່ມີອັດຕາການເຕີບໂຕທີ່ໜັກແໜ້ນ ແລະ ຕໍ່ເນື່ອງ.

ຄຽງຄູ່ກັນນີ້, ຂ້າພະເຈົ້າກໍຂໍຊົມເຊີຍ ທີ່ພວກສະຫາຍກ້າເບິ່ງ ແລະ ຮັບຄວາມເປັນຈິງ ກ່ຽວກັບຈຸດອ່ອນ, ຂໍ້ຄົງຄ້າງຜ່ານການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໃນໄລຍະທີ່ຜ່ານມາ ຊຶ່ງໃນບົດສະຫຼຸບພວກສະຫາຍກໍໄດ້ຍົກຂຶ້ນແລ້ວ ຊຶ່ງຈຸດອ່ອນທີ່ມີລັກສະນະກວມລວມກໍແມ່ນ: ການຫັນແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດມາສູ່ອັນລະອຽດເພື່ອພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ມີຫຼາຍດ້ານທີ່ຍັງເຮັດບໍ່ທັນໄດ້ດີ, ການເຮັດບົດບາດ, ໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານແລະອົງການປົກຄອງທ້ອງຖິ່ນ ຂອງຂະແໜງພະລັງງານແລະບໍ່ແຮ່, ເຖິງວ່າໂດຍພື້ນຖານແມ່ນເຮັດໄດ້ດີແລ້ວ ແຕ່ກໍບໍ່ທັນເຕັມສ່ວນ ແລະ ໜັກແໜ້ນ.

ອີກຈຸດໜຶ່ງກໍແມ່ນ: ການປະສານສົມທົບລະຫວ່າງຂະແໜງພະລັງງານ ແລະ ບໍ່ແຮ່ ກັບຂະແໜງການທີ່ກ່ຽວຂ້ອງ, ມີຫຼາຍຂອດບໍ່ໜັກແໜ້ນກົມກຽວ, ເຈົ້າຖິ້ມຂ້ອຍ-ຂ້ອຍຖິ້ມເຈົ້າ, ກາຍເປັນຊ່ອງຫວ່າງໃຫ້ຜູ້ປະກອບການຈຳນວນໜຶ່ງ ສວຍໂອກາດ ລະເຫຼີງການປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍ, ກາຍເປັນຊ່ອງຫວ່າງ ພາໃຫ້ເກີດຄວາມເສຍຫາຍ, ສັງຄົມວິພາກວິຈານ, ປະຊາຊົນຂັດຂ້ອງຈົ່ມວ່າ ຊຶ່ງພາໃຫ້ເສຍພາບພົດຂອງພັກ ແລະ ລັດເຮົາບໍ່ໜ້ອຍ.

ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX ໃນໄລຍະທ້າຍສະໄໝນີ້ ດຳເນີນໄປດ້ວຍຜົນສຳເລັດທີ່ໜັກແໜ້ນກວ່າເກົ່າ ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນໍາກະຊວງພະລັງງານ ແລະ ບໍ່ແຮ່ ທຸກຂັ້ນເອົາໃຈໃສ່ບາງບັນຫາດັ່ງນີ້:

1. ເຖິງວ່າແຜນການປີ 2024 ຂອງຂະແໜງພະລັງງານ ແລະ ບໍ່ແຮ່, ກອງປະຊຸມເຮົາໄດ້ປະກອບຄໍາເຫັນ ແລະ ຮັບຮອງເອົາແລ້ວກໍຕາມ. ແຕ່, ຍ້ອນວ່າ ປີ2024 ແມ່ນຊຸມປີສຸດທ້າຍຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ສະນັ້ນ, ບ່ອນໃດບໍ່ທັນແທດເໝາະກໍຢາກໃຫ້ພວກສະຫາຍເບິ່ງຄືນ ແລະ ປັບປຸງໃຫ້ສອດຄ່ອງກັບທິດທາງ, ໜ້າທີ່ລວມ, ຄວາມຮຽກຮ້ອງຕ້ອງການ ແລະ ເງື່ອນໄຂໃໝ່ ທັງໃຫ້ສອດຄ່ອງກັບຄວາມສາມາດຕົວຈິງຂອງພວກເຮົາ.

2. ການພັດທະນາດ້ານພະລັງງານ, ຢາກໃຫ້ເບິ່ງໃສ່ແຜນພັດທະນາພະລັງງານແຫ່ງຊາດ ເພື່ອໃຫ້ມັນສອດຄ່ອງ, ເຂົ້າແກັບເຂົ້າເກຍກັນ. ດັດສົມແນວໃດໃຫ້ສອດຄ່ອງ, ມີປະສິດທິຜົນ.ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໃນເງື່ອນໄຂໃໝ່ຕ້ອງສືບຕໍ່ເສີມຂະຫຍາດ້ານດີ, ບົດຮຽນທີ່ພວກເຮົາສະສົມມາໄດ້ໃນຊຸມປີທີ່ຜ່ານມາ, ນຳໃຊ້ທ່າແຮງໄດ້ປຽບຂອງປະເທດຊາດ, ທ່າແຮງຂອງຂະແໜງການຕິດພັນກັບການຍາດແຍ່ງກາລະໂອກາດ.

3. ສໍາລັບການພັດທະນາວຽກງານບໍ່ແຮ່ນັ້ນແມ່ນສະເໜີພວກສະຫາຍສືບຕໍ່ຊີ້ນໍາ, ຊຸກຍູ້ ແລະ ປະຕິບັດຕາມທິດ: ເປັນມິດກັບສິ່ງແວດລ້ອມ, ຂະຫຍາຍຕົວແບບໜັກແໜ້ນ, ຕໍ່ເນື່ອງ ແລະຍືນຍົງ; ຂຸດຄົ້ນແຮ່ທາດທີ່ມີລາຄາສູງ, ເປັນທີ່ຕ້ອງການຂອງຕະຫຼາດ ຕິດພັນຢ່າງແໜ້ນແຟ້ນກັບການປຸງແຕ່ງ ແລະ ສົ່ງຜະລິດຕະພັນແຮ່ທາດອອກໄປຕ່າງປະເທດ ແທນການສົ່ງແຮ່ທາດແບບເຂັ້ມຂຸ້ນອອກ,ພ້ອມດຽວກັນນີ້, ກໍຕ້ອງປັບປຸງຂອດການຄົ້ນຄວ້າ, ການອະນຸຍາດໃນການດໍາເນີນທຸລະກິດດ້ານນີ້ໃຫ້ເຄັ່ງຄັດ, ເຂັ້ມງວດ ແລະ ສອດຄ່ອງກັບກົດໝາຍ, ແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງ, ມີປະສິດທິຜົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນການພັດທະນາບໍ່ແຮ່

4. ສຸມໃສ່ການປັບປຸງຫົວໜ່ວຍທຸລະກິດຢູ່ໃນຂະແໜງພະລັງງານ ແລະ ບໍ່ແຮ່ໃຫຫ້ມີການຫັນປ່ຽນ, ສາມາດຮອງຮັບການເຮັດບົດບາດເປັນເຈົ້າພາທາງໃຫ້ແກ່ຫົວໜ່ວຍວິສາຫະກິດໃນພາກເອກະຊົນໄດ້, ເປັນຕົ້ນແມ່ນ : ການແກ້ໄຂສະພາບຄ່ອງທາງດ້ານການເງິນ, ການແກ້ໄຂໜີ້ສິນ, ການປັບປຸງຂອດບໍລິການ, ຫຼຸດຜ່ອນຂັ້ນຕອນໃຫ້ສັ້ນລົງ, ຮັບປະກັນຄວາມວ່ອງໄວ ແລະ ມີຄຸນນະພາບ, ໄດ້ມາດຕາຖານສູງ.

5. ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຄາດໝາຍຂອງແຜນການ, ແຜນງານທີ່ວາງອອກກໍຄືການຍົກສູງປະສິດທິຜົນຂອງການດໍາເນີນທຸລະກິດ ບັນຫາທີ່ມີລັກສະນະຕັດສິນແມ່ນ: ບັນຫາຄົນ, ບັນຫາບຸກຄະລາກອນ.ຍ້ອນວ່າ: ຄົນແມ່ນຜູ້ຈັດຕັ້ງປະຕິບັດ, ເປັນຜູ້ເຮັດຕົວຈິງ; ສະນັ້ນ, ການຍົກສູງຄຸນນະພາບຂອງບຸກຄະລາກອນຂອງທຽມທັນກັບຄວາມຕ້ອງການ ແລະສາມາດຮອງຮັບການຈັດຕັ້ງປະຕິບັດໃຫ້ມີຄຸນນະພາບສູງ ແມ່ນຄວາມຈໍາເປັນພາວະວິໄສ.

ຕອນທ້າຍ ທ່າານນາຍົກລັດຖະມົນຕີ ເນັ້ນໃຫ້ພະນັກງານການນໍາພວກເຮົາຕ້ອງກໍາແໜ້ນວ່າ : ພະນັກງານ, ສະມາຊິກພັກ, ກໍາມະກອນຢູ່ໃນຂົງເຂດພວກເຮົາສ່ວນໃຫຍ່ແມ່ນພະນັກງານໜຸ່ມນ້ອຍ, ປັນຍາຊົນ, ແມ່ນພະນັກງານເຕັກນິກ, ວິຊາການ ຊຶ່ງໄດ້ຮັບການສຶກສາ ແລະ ກໍ່ສ້າງຢ່າງເປັນລະບົບທາງດ້ານວິຊາສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດ. ແຕ່, ຍັງບໍ່ທັນໄດ້ຮັບການຝຶກຝົນຫຼໍ່ຫຼອມ ໂດຍຜ່ານຂະບວນການຕົວຈິງ, ສະນັ້ນ: ດ້ານທັດສະນະ, ຫຼັກໝັ້ນຊົນຊັ້ນຍັງບໍ່ທັນໜັກແໜ້ນ, ການຈໍາແນກມິດ-ສັດຕູບໍ່ທັນຈະແຈ້ງຂາດຕົວ, ນໍ້າໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມສັດຊື່ບໍລິສຸດຍັງບໍ່ທັນສູງ, ພະນັກງານນຳພາ, ຄຸ້ມຄອງຈຳນວນໜຶ່ງເກີດມີພະຍາດອາດຍາສິດ, ຫ່າງເຫີນຕົວຈິງ, ບໍ່ມັກລົງຮາກຖານ, ນາບຂູ່ພະນັກງານ, ນາບຂູ່ຂັ້ນລຸ່ມ, ແບບແຜນດໍາລົງຊີວິດບໍ່ທັນປອດໃສ ແລະ ດ້ານ ອື່ນໆ..

ຍ້ອນແນວນັ້ນ, ໂດຍຜ່ານການເຮັດວຽກງານການເມືອງ-ແນວຄິດຢ່າງແຂງແຮງ ແລະ ເປັນປົກກະຕິ, ພວກເຮົາຈະຕ້ອງເຮັດໃຫ້ຖັນແຖວພະນັກງານ, ສະມາຊິກພັກເຮົາມີຄວາມໜັກແໜ້ນດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດເປັນຕົ້ນແມ່ນ: ການຍົກສູງຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ອຸດົມການສັງຄົມນິຍົມ, ມີຄວາມຮັບຜິດຊອບສູງ, ເຮັດໜ້າທີ່ວຽກງານ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມປອດໃສ, ມີທັດສະນະຄະຕິທີ່ເປັນວິທະຍາສາດ, ຮູ້ຈໍາແນກໄດ້ອັນຖືກ, ອັນຜິດ, ຍາມໃດກໍເປັນເຈົ້າການຕີຖອຍ ແລະ ຕອບໂຕ້ສິ່ງຫຍໍ້ທໍ້ຢູ່ພາຍໃນໜ່ວຍວຽກງານຂອງພວກເຮົາຢ່າງໜັກແໜ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version