Home ຂ່າວການເມືອງ ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ

0

ໃນພາກບ່າຍຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກ 2023, ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ ເຊິ່ງປະກອບມີ 11 ພາກ, 22 ໝວດ ແລະ 142 ມາດຕາ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ພ້ອມກັນສຸມໃສ່ປະກອບຄຳເຫັນ ເພື່ອໃຫ້ການປັບປຸງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ແນໃສ່ຊຸກຍູ້ສົ່ງເສີມ ການມີຫົວຄິດປະດິດສ້າງຂອງ ຄົນໃນສັງຄົມ ຕາມທິດເສດຖະກິດພູມປັນຍາ, ຮັບປະກັນຜົນປະໂຫຍດຂອງ ເຈົ້າຂອງຊັບສິນທາງປັນຍາ ແລະ ຂອງປະຊາຊົນລາວບັນດາເຜົ່າ, ສ້າງຄວາມສາມາດໃນການແຂ່ງຂັນ ປະກອບສ່ວນເຂົ້າໃນການ ຫັນເປັນປະເທດ ອຸດສາຫະກຳ ແລະ ທັນສະໄໝ ຕາມທິດສີຂຽວ ແລະ ຍຶນຍົງ.

ທ່ານ ມະໄລທອງ ກົມມະສິດ ໄດ້ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ເຊິ່ງການຈັດຕັ້ງປະຕິບັດຕົວຈິງຜ່ານມາ ເຫັນວ່າເນື້ອໃນຂອງ ກົດໝາຍວ່າດັ່ງກ່າວ ຍັງມີບາງຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງຕື່ມ ເພື່ອໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງ ກັບສະພາບການຂະຫຍາຍຕົວ ຂອງ ເສດຖະກິດ-ສັງຄົມ ໄລຍະໃໝ່ ເປັນຕົ້ນ: ບາງຄຳສັບທີ່ກຳນົດຍັງບໍ່ຈະແຈ້ງ, ບໍ່ສອດຄ່ອງກັບຄຳສັບວິຊາການ ຂອງຂະແໜງການກ່ຽວຂ້ອງນໍາໃຊ້. ການຄົ້ນຄວ້າປັບປຸງຮ່າງກົດ ໝາຍສະບັບດັ່ງກ່າວ ໄດ້ປະຕິບັດຕາມຂະບວນການ ແລະ ຂັ້ນຕອນ ຕາມທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສ້າງນິຕິກຳຢ່າງເຂັ້ມງວດ, ມີການເຮັດບົດວິເຄາະວິໄຈ, ປະເມີນຜົນກະທົບ ໃນການຈັດຕັ້ງປະຕິບັດ ກົດໝາຍໄລຍະຜ່ານມາ, ໄດ້ຄົ້ນຄວ້າຂໍ້ມູນ, ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດຕົວຈິງ ແລະ ອີງໃສ່ສົນທິສັນຍາ ແລະ ກົດໝາຍ ຂອງປະເທດໃກ້ຄຽງ ເຊັ່ນ: ສສ ຫວຽດນາມ, ບັນດາປະເທດອາຊຽນ ແລະ ສາກົນ ເພື່ອເປັນຂໍ້ມູນການຄົ້ນຄວ້າ ໃຫ້ຄະນະຮັບຜິດຊອບໃນການຄົ້ນຄວ້າ ແລະ ປັບປຸງ.

ພາຍຫລັງທີ່ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະກາຍເປັນນິຕິກຳພື້ນຖານສຳຄັນ ໃຫ້ແກ່ວຽກງານຄຸ້ມຄອງ, ຕິດຕາມ ແລະ ກວດກາ ຊັບສິນທາງປັນຍາ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ ກວ່າເກົ່າ ໂດຍສະເພາະ ການບັງຄັບໃຊ້ກົດໝາຍທີ່ແນໃສ່ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ກົນໄກການແກ້ໄຂ ທາງດ້ານບໍລິຫານ ແລະ ກົນໄກໃນການດໍາເນີນຄະດີ ກ່ຽວກັບການລະເມີດຊັບສິນທາງປັນຍາ ແລະ ຈະກາຍເປັນການຊຸກຍູ້ສົ່ງເສີມຫົວຄິດປະດິດສ້າງ ຂອງຄົນໃນສັງຄົມ ຕາມທິດເສດຖະກິດພູມປັນຍາ, ການຫັນເປັນທັນສະໄໝ, ສີຂຽວ ແລະ ຍືນຍົງ; ຈະກາຍເປັນນິຕິກຳພື້ນຖານສຳຄັນ ໃນການເຈລະຈາເຂດການຄ້າເສລີ ໃນພາກຊັບສິນທາງປັນຍາ ໂດຍສະເພາະ ເຂດການຄ້າເສລີອາຊຽນ-ການາດາ ແລະ ອາຊຽນກັບບັນດາປະເທດອື່ນ ທີ່ຈະເກີດຂຶ້ນໃນອະນາຄົດ ພ້ອມທັງຈະເປັນເງື່ອນໄຂໃຫ້ ສປປ ລາວ ໄດ້ເຂົ້າເປັນພາຄີສົນທິສັນຍາ ເຮັກ ໂດຍຈະເປີດກວ້າງການຈົດທະບຽນແບບອຸດສາຫະກຳຂອງຄົນລາວ ແລະ ສາກົນ ຜ່ານລະບົບເຮັກ ແລະ ຈະເປັນແຫລ່ງລາຍຮັບເຂົ້າງົບປະມານແຫ່ງຊາດເພີ່ມຂຶ້ນ; ຈະເປັນເງື່ອນໄຂໃຫ້ ສປປ ລາວ ເຂົ້າເປັນພາຄີ ຂອງສົນທິສັນຍາ ພັນພືດໃໝ່ ເຊິ່ງຈະເປັນປະໂຫຍດຫລາຍໃນການສົ່ງເສີມ ວຽກງານການປັບປຸງພັນພືດໃໝ່ຂອງ ສປປ ລາວ ແລະ ຊ່ວຍປົກປ້ອງພັນພືດໃໝ່ ໂດຍສະເພາະພັນພືດທີ່ ສປປ ລາວ ໄດ້ຄົ້ນພົບ, ຄົ້ນຄວ້າ ແລະ ປັບປຸງພັນ ໃນລະດັບສາກົນ.

ພ້ອມນັ້ນ ຍັງຈະສ້າງຄວາມຈະແຈ້ງກ່ຽວກັບສິດຂອງ ເຈົ້າຂອງຜົນງານ ຫລື ສິດຂອງເຈົ້າຂອງລິຂະສິດ ໂດຍສອດຄ່ອງກັບສົນທິສັນຍາລິຂະສິດ ຂອງອົງການຊັບສິນທາງປັນຍາໂລກ ຈະເປັນພື້ນຖານສຳຄັນໃນການສ້າງເສດຖະກິດ ຫລື ອຸດສາຫະກຳສ້າງສັນ ເຊິ່ງເປັນແຫລ່ງສ້າງລາຍໄດ້, ວຽກເຮັດງານທຳ ທີ່ສຳຄັນ ຜ່ານການສ້າງເສດຖະກິດສ້າງສັນ; ຈະເປັນພື້ນຖານສໍາຄັນໃນການພັດທະນາ ແລະ ຊຸກຍູ້ວຽກງານຊັບສິນທາງປັນຍາ ຜ່ານການສ້າງກອງທຶນຊັບສິນທາງປັນຍາ ໂດຍສະເພາະ ການຫັນວຽກງານຊັບສິນທາງປັນຍາ ສູ່ພາກທຸລະກິດ ແລະ ສະຖານການສຶກສາ ກໍຄືການສ້າງມູນຄ່າເພີ່ມ ໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງລາວ ໃນຂອບເຂດທົ່ວໄປເທດ ຍົກລະດັບການໃຫ້ບໍລິການວຽກງານຊັບສິນທາງປັນຍາ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄຸນນະພາບ, ໂປ່ງໄສ ແລະ ເທົ່າທຽມກັບສາກົນ, ພ້ອມທັງ ຊ່ວຍດຶງດູດການລົງທຶນໃຫ້ຫລາຍຂຶ້ນ.

ຂ່າວ: ກິດຕາ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version