Home ຂ່າວພາຍໃນ ພະນັກງານຄຸ້ມຄອງສື່ມວນຊົນລາວ ວາງພວງມາລາຢູ່ອານຸສອນສະຖານປະທານ ໂຮຈີ່ມິ່ງ

ພະນັກງານຄຸ້ມຄອງສື່ມວນຊົນລາວ ວາງພວງມາລາຢູ່ອານຸສອນສະຖານປະທານ ໂຮຈີ່ມິ່ງ

0

ໃນວັນທີ 26 ຕະລາ 2023 ພະນັກງານຄຸ້ມຄອງສື່ມວນຊົນຈາກ ສປປ ລາວ ນໍາໂດຍ ທ່ານ ໄພບູນ ພິລາທອງ ຫົວໜ້າພະແນກຄຸ້ມຄອງຜະລິດຕະພັນສື່ ກົມສື່ມວນຊົນ ກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ເຂົ້າວາງພວງມາລາ​ ແລະ​ ທັດສະນະສຶກສາທີ່ອານຸສອນສະຖານປະທານ ໂຮຈີ່ມິ່ງ.

ການເຂົ້າວາງພວງມາລາ​ ແລະ​ ທັດສະນະສຶກສາຄັ້ງນີ້ ເພື່ອເປັນການລະນຶກເຖິງ ຄຸນງາມຄວາມດີ ຄຸນສົມບັດ ສິນທໍາປະຕິວັດ ຂອງປະທານໂຮຈີ່ມິ່ງ ທີ່ຍາມໃດເພິ່ນກໍໄດ້ອຸທິດເຫື່ອແຮງ ສະຕິປັນຍາ ເພື່ອປະເທດຊາດ ແລະ​ ປະຊາຊົນຫວຽດນາມ​ ກໍຄືປະຊາຊົນໃນຂົງເຂດອິນດູຈີນ.

ນອກນີ້ ກໍເພື່ອເປັນການປະກອບສ່ວນສໍາຄັນໃນການເສີມສ້າງມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອດດ້ານລະຫວ່າງສອງພັກ ສອງລັດ ກໍຄື ປະຊາຊົນສອງຊາດລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ນັບມື້ໝັ້ນຄົງຕະຫລອດໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version