Home ຂ່າວຕ່າງປະເທດ ມາເລເຊຍ ເປີດຕົວໂຄງການຊຸກຍູ້ ການຜະລິດນ້ຳຢາງພາລາ ຂະໜາດນ້ອຍ

ມາເລເຊຍ ເປີດຕົວໂຄງການຊຸກຍູ້ ການຜະລິດນ້ຳຢາງພາລາ ຂະໜາດນ້ອຍ

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 24 ຕຸລາ, ມາເລເຊຍ ເປີດຕົວ ໂຄງການ ນໍາຣ່ອງ ເພື່ອຊຸກຍູ້ ການຜະລິດ ນ້ຳຢາງພາລາ ທ່າມກາງ ການສືບຕໍ່ ເພີ່ມການ ຜະລິດ ນ້ຳຢາງພາລາ ຂອງປະເທດ. ໂດຍ ທ່ານ ຟາດີລລາ ຢູຊອບ ລັດຖະມົນຕີ ກະຊວງການປູກຝັງ ແລະ ສິນຄ້າ ບໍລິໂພກ ຂອງ ມາເລເຊຍ ລະບຸວ່າ: ນະໂຍບາຍ ເບື້ອງຕົ້ນມີເປົ້າໝາຍ ໃນການ ຊ່ວຍກຸ່ມຜູ້ຜະລິດ ຢາງພາລາ ຂະໜາດນ້ອຍ ໃຫ້ສາມາດ ເພີ່ມລາຍໄດ້ ດ້ວຍການຫັນ ໄປຜະລິດ ນໍ້າຢາງ ແທນ ຢາງກ້ອນຖ້ວຍ (cup lump) , ໂດຍມີ ຜູ້ເຂົ້າຮ່ວມ ໂຄງການ ທີ່ເປັນ ກະສິກອນ ຂະໜາດນ້ອຍ ຈະໄດ້ຮັບ ທ່າແຮງ ດຶງດູດຫລາຍ ລາຍການ ຊຶ່ງ ຈະຖຶກ ປະເມິນ ຕາມຜົນຜະລິດ ນໍ້າຢາງ ທີ່ ຈະຜະລິດ ໃນອັດຕາ ທີ່ກຳນົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version