Home ຂ່າວພາຍໃນ ທ່ານເຈົ້າແຂວງຄຳມ່ວນ ຕ້ອນຮັບການເຂົ້າພົບປະຂອງທ່ານຮອງລັດຖະມົນຕີກະຊວງພາຍໃນ

ທ່ານເຈົ້າແຂວງຄຳມ່ວນ ຕ້ອນຮັບການເຂົ້າພົບປະຂອງທ່ານຮອງລັດຖະມົນຕີກະຊວງພາຍໃນ

0

______________________

ວັນທີ 31 ຕຸລາ 2023 ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ເຂົ້າພົບປະກັບທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເນື່ອງໃນໂອກາດທີ່ໄດ້ເດີນທາງລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ເຊິ່ງທ່ານຮອງລັດຖະມົນຕີກະຊວງພາຍໃນ ກໍ່ໄດ້ແຈ້ງຈຸດປະສົງໃນການລົງມາຄັ້ງນີ້ ເພື່ອມອບເຄື່ອງອຸປະກອນໄອທີ ໃຫ້ແກ່ພະແນກພາຍໃນແຂວງ ແລະ ຫ້ອງການພາຍໃນບັນດາເມືອງໃນທົ່ວແຂວງຄຳມ່ວນ ເພື່ອນໍາໃຊ້ເຂົ້າໃນວຽກງານເກັບກຳ, ຄຸ້ມຄອງພົນລະເມືອງ ຢູ່ໃນແຂວງຄຳມ່ວນ.

ໂອກາດນີ້ ທ່ານເຈົ້າແຂວງຄຳມ່ວນ ກໍ່ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈມາຍັງທ່ານຮອງລັດຖະມົນຕີກະຊວງພາຍໃນ ທີ່ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນຄັ້ງນີ້ ພ້ອມທັງສະເໜີມາຍັງກະຊວງພາຍໃນ ຊ່ວຍຝຶກອົບຮົມວຽກງານດ້ານຕ່າງໆ ໃຫ້ແກ່ພະນັກງານ-ວິຊາການໃນຂະແໜງການພາຍໃນ ເພື່ອສ້າງຄວາມເຂັ້ມແຂງ, ສາມາດຈັດຕັ້ງປະຕິບັດວຽກງານດ້ວຍຄວາມຊໍານິຊຳນານ ແລະ ໄດ້ຮັບປະສິດທິພາບ, ປະສິດທິຜົນໃຫ້ຫຼາຍຂຶ້ນກວ່າເກົ່າ ພ້ອມທັງໄດ້ສະເໜີມາຍັງກະຊວງພາຍໃນ ຊ່ວຍປະສານສົມທົບກັບຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ, ແກ້ໄຂ ບັນຫາການກຳນົດພະນັກງານປະຈຳແຕ່ລະຂະແໜງການໃຫ້ມີຄວາມເໝາະສົມຕາມຕຳແໜ່ງງານ ແລະ ບັນຫາພົນລະເມືອງ, ເຂດແດນ ໃນເຂດເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ໃຫ້ໄດ້ຮັບການແກ້ໄຂໂດຍໄວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version