Home ຂ່າວຕ່າງປະເທດ ອົງການອະນາໄມໂລກ ຮຽກຮ້ອງກຸ່ມສ່ຽງສູງເຂົ້າຮັບວັກຊິນປ້ອງກັນພະຍາດ

ອົງການອະນາໄມໂລກ ຮຽກຮ້ອງກຸ່ມສ່ຽງສູງເຂົ້າຮັບວັກຊິນປ້ອງກັນພະຍາດ

0

ຕາມຂ່າວຈາກ ຊິນຮວາ ຂອງ ສປ ຈີນ, ສຳນັກງານ ປະຈຳ ພາກພື້ນ ເອີຣົບ ຂອງອົງການ ອະນາໄມໂລກ (WHO), ຄະນະ ກຳມາທິການ ເອີຣົບ ແລະ ສູນຄຸ້ມ ຄອງ ແລະ ປ້ອງກັນ ພະຍາດ ແຫ່ງສະຫະພາບ ເອີຣົບ(ECDC) ກະຕຸ້ນເຕືອນ ໃຫ້ກຸ່ມຄົນ ທີ່ມີຄວາມສ່ຽງສູງ ທົ່ວໂລກ ເບິ່ງແຍງ ສຸຂະພາບ ຕົນເອງ ດ້ວຍການຮັບ ວັກຊິນ ປ້ອງກັນ ເຊື້ອພະຍາດ ໄຂ້ຫວັດໃຫຍ່ ແລະ ໂຄວິດ-19 ຕາມລະດູ ໃບໄມ້ປົ່ງ ແລະ ລະດູໜາວນີ້ ເນື່ອງຈາກ ເປັນພະຍາດ ທີ່ອັນຕະລາຍ ຮ້າຍແຮງ ໂດຍສະເພາະ ກຸ່ມຄົນ ທີ່ ອ່ອນແອ ທີ່ສຸດ ລວມທັງ ຜູ້ທີ່ຍັງຮັບວັກຊິນ ບໍ່ຄົບໂດສ. ອົງການ ອະນາໄມໂລກ ແນະນຳ ກຸ່ມຄົນ ພິເສດ ໄດ້ແກ່ ຜູ້ສູງອາຍຸ,ຜູ້ທີ່ມີ ພູມຕ້ານທານຕ່ຳ, ເດັກນ້ອຍ ແລະ ແມ່ຍິງ ຖືພາ ເຂົ້າຮັບ ວັກຊິນ ເພີ່ມຕື່ມ ຫ່າງຈາກໂດສ ຫລ້າສຸດ 6-12ເດືອນ ຂຶ້ນຢູ່ກັບ ລະດັບ ຄວາມສ່ຽງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version