Home ຂ່າວພາຍໃນ ກຽມພົບກັບຕະຫລາດນັດແຮງງານສົ່ງເສີມການມີວຽກເຮັດຢູ່ພາຍໃນປະເທດ

ກຽມພົບກັບຕະຫລາດນັດແຮງງານສົ່ງເສີມການມີວຽກເຮັດຢູ່ພາຍໃນປະເທດ

0

ງານຕະຫລາດນັດແຮງງານ ເພື່ອສົ່ງເສີມການຈັດຫາງານພາຍໃນປະເທດ ແລະ ການໄປເຮັດວຽກຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດໝາຍ (Job Fair) ຈະຈັດຂຶ້ນລະຫວ່າງ ວັນທີ 27-29 ຕຸລາ 2023 ຢູ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ). ຄາດວ່າຈະມີ ຈຸດໃຫ້ບໍລິການຂຶ້ນທະບຽນຊອກວຽກ, ໃຫ້ຄໍາປຶກສາ, ສໍາພາດເອົາແຮງງານ ທັງໝົດ 120 ຫ້ອງ. ໃນນີ້, ມີ 70 ຫົວໜ່ວຍແຮງງານ, 48 ວິສາຫະກິດບໍລິການຈັດຫາງານ, 10 ຫ້ອງ ຂອງຄູ່ຮ່ວມງານຈາກພາກລັດ ແລະ ອົງການຈັດຕັ້ງຕ່າງໆ.

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສືມວນຊົນ ໃນວັນທີ 10 ຕຸລາ 2023 ນີ້ວ່າ: ການຈັດງານໃນຄັ້ງນີ້, ເພື່ອສ້າງໂອກາດໃຫ້ຜູ້ວ່າງງານ ລວມມີຜູ້ທີ່ຍັງບໍ່ເຄີຍມີວຽກເຮັດມາກ່ອນ ຫລື ຜູ້ທີ່ກຳລັງກຽມເຂົ້າສູ່ຕະຫລາດແຮງງານ, ຜູ້ທີ່ເຄີຍເຮັດວຽກມາກ່ອນ ລວມທັງຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ ໄດ້ເຂົ້າເຖິງຕຳແໜ່ງງານທີ່ມີຢູ່ໃນລະບົບເສດຖະກິດພາຍໃນປະເທດ ເປັນຕຳແໜ່ງງານໃນລະບົບ. ພາຍໃນງານ ຈະມີການຂຶ້ນທະບຽນຜູ້ຊອກວຽກ, ການແນະນໍາຕໍາແໜ່ງງານວ່າງທີ່ຫົວໜ່ວຍແຮງງານນຳມາສະເໜີ, ເປີດໂອກາດໃຫ້ໄດ້ເຂົ້າສຳພາດ ຫລື ສະໝັກເຂົ້າເຮັດວຽກນຳຜູ້ໃຊ້ແຮງງານຕົວຈິງ ເພື່ອໃຫ້ຜູ້ໃຊ້ແຮງງານຄັດເລືອກເອົາແຮງງານ ຕາມຕໍາແໜ່ງງານທີ່ຕົນຕ້ອງການ, ມີການໃຫ້ຄຳປຶກສາດ້ານກົດໝາຍ ແລະ ລະບຽບການດ້ານແຮງງານ, ດ້ານປະກັນສັງຄົມ ເປັນຕົ້ນແມ່ນເງື່ອນໄຂການໄດ້ຮັບອຸດໜູນວ່າງງານ ຂອງຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ. ພ້ອມກັນນັ້ນ, ກໍຈະມີກິດຈະກຳການໂຄສະນາ, ເຜີຍແຜ່ ວິທີການ, ລະບຽບການ ກ່ຽວກັບການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ປອດໄພ ໃຫ້ແກ່ຜູ້ທີີ່ສົນໃຈ.

ການຈັດງານດັ່ງກ່າວ, ເປັນການເພີ່ມທະວີກົນໄກການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຫົວໜ່ວຍແຮງງານ ທີ່ຮ່ວມຈັດຕະຫລາດນັດແຮງງານ ເຊິ່ງການມີວຽກເຮັດງານທຳຢ່າງເຕັມສ່ວນຂອງກຳລັງແຮງງານ ເປັນປັດໄຈໜຶ່ງທີ່ສຳຄັນ ທີ່ຈະບົ່ງບອກວ່າເສດຖະກິດຂອງປະເທດ ໄດ້ຮັບການພັດທະນາຢ່າງຍືນຍົງ, ເປັນຕົວຊີ້ບອກທີ່ດີທີ່ສຸດສຳລັບການກະຈາຍລາຍໄດ້ ໄປສູ່ປະຊາຊົນຂອງປະເທດ. ໄລຍະທີ່ຜ່ານມາ ລັດຖະບານລາວ ໄດ້ສຸມໃສ່ສ້າງ ແລະ ຈັດຕັ້ງປະຕິບັດບັນດາຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ສອດຄ່ອງກັບນະໂຍບາຍ ຫລື ແນວທາງປ່ຽນໃໝ່ທາງດ້ານເສດຖະກິດຢ່າງຮອບດ້ານ ແລະ ມີຫລັກການ ຂອງພັກ ເຮັດໃຫ້ເກີດມີນະໂຍບາຍສົ່ງເສີມຫລາຍດ້ານເກີດຂຶ້ນ ເປັນຕົ້ນແມ່ນການສົ່ງເສີມການລົງທຶນ, ສົ່ງເສີມການຈັດຕັ້ງປະຕິບັດກົນໄກເສດຖະກິດຕະຫລາດ, ສົ່ງເສີມການພັດທະນາທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ໃຫ້ແກ່ການຂະຫຍາຍຕົວທາງເສດຖະກິດຂອງປະເທດ ສະຫລຸບລວມແລ້ວແມ່ນເພື່ອເປັນການສ້າງຕໍາແໜ່ງງານ ຫລື ວຽກເຮັດງານທຳຢ່າງເຕັມສ່ວນ ໃຫ້ແກ່ກຳລັງແຮງງານລາວທຸກຄົນ.

ຂ່າວ: ກິດຕາ

ພາບ: ຂັນໄຊ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version