Home ສຶກສາ ຄູລາວໄດ້ຮັບລາງວັນຄູດີເດັ່ນຈາກສົມເດັດເຈົ້າຟ້າມະຫາຈັກກຣີ

ຄູລາວໄດ້ຮັບລາງວັນຄູດີເດັ່ນຈາກສົມເດັດເຈົ້າຟ້າມະຫາຈັກກຣີ

0

ດັ່ງທີ່ຫລາຍທ່ານໄດ້ຍິນ ແລະ ຮັບຮູ້ເລື້ອຍໆວ່າ “ ຄູປຽບດັງແມ່ພິມ ຂອງ ຊາດ ”ທີ່ຊຸບຫລໍ່ ແລະ ສ້າງຊັບພະຍາກອນມະນຸດໃຫ້ມີ ຄວາມຮູ້ ຄວາມ ສາ ມາດ, ມີວິໄນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ເປັນລູກຮັກ ຫລານແພງ ຂອງປວງຊົນລາວທັງຊາດ ເຊິ່ງຖືວ່າເປັນຄວາມພາກພູມ ໃຈ ໃນສາຍອາ ຊີບຄູໂດຍສະເພາະຜູ້ທີ່ອຸທິດຕົນເຂົ້າໃນການສຶກສາ ,ພັດທະນາສິດສອນ ນັກຮຽນ,ນັກຮຽນຮູ້ປັນຍາຊົນ ໃຫ້ກາຍເປັນໜໍ່ແໜງຮຸ່ນສືບທອດ ຂອງ ຊາດ ໃນອະນາຄົດ.

ໃນໂອກາດວັນຄູແຫ່ງຊາດຄົບຮອບ 29, 7 ຕຸລາ 2023 ເຫັນວ່າການສະ ຫລອງສະຫລອງວັນດັ່ງກ່າວມີບັນຍາກາດຟົດຟື້ນໂດຍ ຜ່ານການມອບ ຂອງຂວັນໃຫ້ຄູ, ສ້າງກິດຈະກໍາສະແດງສິລະປະ, ການແຂ່ງຂັນກິລາ, ຕອບ ຄໍາຖາມສາລະໜ້າຮູ້ ແລະ ອື່ນໆ ແຕ່ສິ່ງທີ່ພົ້ນເດັ່ນອີກເຫດການໜຶ່ງຄື: ຄູ ລາວເຮົາໄດ້ຮັບລາງວັນຄູດີເດັ່ນ ຈາກສົມເດັດເຈົ້າຟ້າມະຫາຈັກກຣີ ທີ່ີມອບ ແກ່ຄູທີ່ມີຜົນງານດີເດັ່ນ ທີ່ສ້າງປະໂຫຍດ, ສ້າງການປ່ຽນ ແປງ ແລະ ການ ຂັບເຄື່ອນລະບົບການສຶກສາລາວ ໃຫ້ມີການພັດທະນາຂຶ້ນ ເທື່ອລະກ້າວ ເພື່ອທຽບເທົ່າພາກພື້ນ ແລະ ສາກົນ.

ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນລາງວັນເພື່ອຍົກຍ້ອງເຊີດ ຊູກຽດຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາ ໃນ ປະ ເທດຕ່າງໆ ອັນເປັນຄວາມພາກພູມໃຈໃນຂົງເຂດອາຊີຕະເວັນ ອອກສ່ຽງ ໃຕ້ ລວມ 11 ປະເທດ: ບຣູໄນ, ດາຣຸສະລາມ, ອິນໂດເນເຊຍ, ກໍາປູເຈຍ, ລາວ, ມາເລເຊຍ, ມຽນມາ , ຟີລິບປິນ, ສິງກະໂປ, ຕິມໍແລັດສະເຕ, ຫວຽດນາມ ແລະ ໄທ. ປະເທດລະ 1 ຄົນ ລວມ 11 ລາງວັນ ຈຶ່ງຈະດໍາເນີນການຄັດ ເລືອກ ຄູໃນທຸກ 2 ປີ ໂດຍຄະນະກໍາມະການມູນນິທິລາງວັນສົມເດັດ ເຈົ້າຟ້າມະຫາ ຈັກກຣີ ຈະສະເໜີແນວຄິດ ແລະ ຄຸນລັກສະນະ ຂອງຄູທີ່ຈະໄດ້ຮັບ ລາງວັນ ສົມເດັດ ເຈົ້າຟ້າມະຫາຈັກກຣີ ໄປຍັງກະຊວງ ສຶກສາທິການທັງ 11 ປະເທດ, ສ່ວນ ການກໍານົດເກນການຄັດເລືອກ ແລະ ກົນໄກໃຫ້ຂຶ້ນກັບການ ພິຈາລະນາຂອງແຕ່ລະປະເທດ.

ສໍາລັບປະເທດລາວ ໃນປີນີ້ ຄູທີ່ໄດ້ຮັບລາງວັນແມ່ນ ທ່ານ ນາງ ກິມເຟືອງ ເຮືອງມະນີ ,ເປັນຄູຈາກໂຮງຮຽນ ປະຖົມ ບ້ານເພຍໃໝ່ ເມືອງ ລະມາມ ແຂວງເຊກອງ ເຊິ່ງພິທີຮັບລາງວັນຈະຈັດຂຶ້ນ ໃນວັນທີ 17 ຕຸລາ 2023 ທີ່ ລາຊະອານາຈັກໄທ ສໍາລັບຄູລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໃນສ່ວນຂອງ ສປປ ລາວ ທັງ 5 ຮຸ່ນ ຕັ້ງແຕ່ປີ 2015 ເຖິງ 2023 ມີດັ່ງນີ້: ຄູ ຄໍາສອຍ ວົງສໍາພັນ ປີ 2015 ຈາກນະຄອນຫລວງວຽງຈັນ. ຄູ ຄຸນວິໄລ ເຄນ ກິຕິສັກ ປີ 2017 ຈາກ ນະຄອນຫລວງວຽງຈັນ. ຄູໂພສະນິດ ປັນຍາສະຫວັດ ປີ 2019 ຈາກ ນະຄອນຫວງພະບາງ. ຄູ ແສງເພັດ ຄຸນປະເສີດ ປີໄດ້ຮັບລາງ ວັນປີ 2021 ຈາກ ແຂວງ ອຸດົມໄຊ ແລະ ປີລ່າສຸດ ຄູ ກິມເຟືອງ ເຮືອງມະນີ ປີ 2023 ຈາກ ແຂວງເຊກອງ. ນອກຈາກນັ້ນແລ້ວ ໃນໂອກາດທີ່ ສົມເດັດ ພຣະກະນິຖາທິລາດເຈົ້າ ກຣົມສົມເດັດພະເທບ ລັດຕະນະຣາຊະສຸດາສະ ຍາມບໍຣົມຣາຊະກຸມາລີ ທຣົງມີພະຊົນມາຍຸຄົບຮອບ 60 ພັນສາ ໃນປີ 2558 ສໍານັກງານເລຂາທິການຄຸຣຸສະພາ ກະຊວງສຶກສາທິການ ຮ່ວມກັບຜູ້ປະ ຕິ ບັດງານ ດ້ານການສຶກສາ ໄດ້ຂໍພະຣາຊະທານ ພະຣາຊານຸຍາດ ຈັດຕັ້ງ ລາງ ວັນລະດັບນານາຊາດນີ້ຂຶ້ນ ເພື່ອສະເຫລີມພະກຽດ ພະປີຊາດ້ານ ການສຶກ ສາທີ່ທຣົງອຸທິດພະອົງເພື່ອສົ່ງເສີມການ ສຶກສາໃຫ້ແກ່ເດັກ ແລະ ເຍົາວະ ຊົນໃນລະດັບຕ່າງໆ ມາໂດຍຕະຫລອດ ໂດຍສະເພາະເດັກ ເຍົາວະຊົນຜູ້ ດ້ອຍໂອກາດໃນທ້ອງຖິ່ນຫ່າງໄກທົ່ວປະເທດ.

ຂ່າວ+ພາບໂດຍ: ມາລີດາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version