Home ຂ່າວພາຍໃນ ຊຽງຂວາງ ປຶກສາຫາລືວຽກງານຄຸ້ມຄອງແຮງງານ

ຊຽງຂວາງ ປຶກສາຫາລືວຽກງານຄຸ້ມຄອງແຮງງານ

0

ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ແຂວງຊຽງຂວາງ ຈັດກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງແຮງງານປະຈຳ 9 ເດືອນ 2023 ໃນວັນທີ 9 ຕຸລາ 2023 ໂດຍການເປັນປະ ທານຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ, ມີຮອງເຈົ້າແຂວງ, ກຳມະການພັກແຂວງ, ເມືອງ ແລະ ພະແນກການ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ບຸນເຮືອງ ສຸລິໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງ ຄົມແຂວງ ໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກຄຸ້ມຄອງແຮງງານ, ພ້ອມທັງຕີລາຄາການຄຸ້ມຄອງແຮງງານໃນໄລຍະຜ່ານມາ, ປັດຈຸບັນທົ່ວແຂວງມີກຳລັງແຮງງານທັງໝົດ 77.900 ຄົນ, ຜູ້ມີວຽກເຮັດງານທຳ 76.300 ຄົນ, ແຮງງານໃນລະບົບ 10.682 ຄົນ, ແຮງງານນອກລະບົບ ແລະ ເຮັດວຽກຄົວເຮືອນ 65.616 ຄົນ, ມີຫົວໜ່ວຍນຳໃຊ້ແຮງງານທັງໝົດ 666 ຫົວໜ່ວຍ, ມີແຮງງານທັງໝົດ 3.996 ຄົນ. ໃນນີ້, ມີຫົວໜ່ວຍນຳໃຊ້ແຮງງານທີ່ເຂົ້າລະບົບຖານຂໍ້ມູນແຮງງານແລ້ວ 44 ຫົວໜ່ວຍ, ມີແຮງງານ 647 ຄົນ, ຍິງ 165 ຄົນ ເຊິ່ງການນຳໃຊ້ແຮງງານດັ່ງກ່າວສ່ວນຫລາຍຍັງບໍ່ເປັນລະ ບົບ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງເທົ່າທີ່ຄວນ, ສາມາດຊຸກຍູ້ພັດທະ ນາສີມືແຮງງານໃນສາຂາອາຊີບ, ຄຸ້ມຄອງ, ຈັດຫາວຽກເຮັດງານທຳ ແລະ ຊຸກຍູ້ການປະກອບສັນຍາແຮງງານຂຶ້ນທະບຽນແຮງງານລາວ ເຂົ້າລະບົບຖານຂໍ້ມູນຕະຫລາດແຮງງານ ເພື່ອເຊື່ອມໂຍງກັບຖານຂໍ້ມູນສ່ວຍສາອາການ, ກວດກາການນຳໃຊ້ແຮງງານຕ່າງປະເທດຢູ່ບັນດາບໍລິສັດ, ຫົວໜ່ວຍນຳໃຊ້ແຮງງານ ແລະ ຜູ້ປະກອບອາຊີບອິດສະລະໄດ້ທັງໝົດ 76 ຫົວໜ່ວຍ, ມີແຮງງານຕ່າງປະເທດທັງໝົດ1.820 ຄົນ, ຍິງ 336 ຄົນ. ໃນນີ້, ແຮງງານຕ່າງປະເທດເຂົ້າມາອອກແຮງງານຖືກຕ້ອງຕາມກົດໝາຍ 930 ຄົນ, ຍິງ 93 ຄົນ. ໄລຍະ 9 ເດືອນຜ່ານມາ, ສາມາດເກັບລາຍຮັບ ທີ່ກ່ຽວຂ້ອງກັບການຄຸ້ມຄອງແຮງງານຂອງຂະ ແໜງແຮງງານມອບເຂົ້າງົບປະມານໄດ້ 1,4 ຕື້ກວ່າກີບ.

ໂອກາດນີ້, ທ່ານເຈົ້າແຂວງຊຽງຂວາງ ໄດ້ມີຄຳເຫັນແລກປ່ຽນຊີ້ນຳວ່າ: ຕ້ອງແກ້ໄຂ, ຊຸກຍູ້ ແລະ ສົ່ງເສີມພັດທະນາສີມືແຮງງານ, ກວດກາ, ຄຸ້ມຄອງ ແລະ ນຳໃຊ້ແຮງງານຫັນເຂົ້າສູ່ລະບຽບກົດໝາຍ, ສູ້ຊົນຈັດເກັບລາຍຮັບ, ຂໍ້ມູນຂ່າວສານດ້ານຕະຫລາດແຮງງານຍັງບໍ່ຊັດເຈນ, ກົນໄກປະສານງານລະຫວ່າງພາກສ່ວນກ່ຽວຂ້ອງ ຍັງບໍ່ສົມທົບກັນແໜ້ນ, ຈັດກອງປະຊຸມ, ສຳມະນາເຜີຍແຜ່ຂໍ້ມູນກົດໝາຍແຮງງານທາງສື່ອອນລາຍ, ໂທລະໂຄ່ງ ແລະ ປັບປຸງຫລັກສູດຢູ່ວິຊາຊີບ ໃຫ້ຖືກຕ້ອງກັບຕະຫລາດສີມືແຮງງານ, ພ້ອມຍົກສູງຄຸນນະພາບຂຶ້ນເລື້ອຍໆ

ຂ່າວ: ບຸນມີ ແສງທຸມມີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version