Home ຂ່າວໜ້າໜຶ່ງ ຜູ້ເເທນພັກກອມມູນິດ ສະຫະພັນຣັດເຊຍຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ

ຜູ້ເເທນພັກກອມມູນິດ ສະຫະພັນຣັດເຊຍຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ

0

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຕອນແລງວັນທີ 3 ຕຸລາ 2023 ນີ້, ທ່ານ ເດນິສ ອັນເດຣເຢຍວິສ ປຣາໂຟນົບ ສະມາຊິກ ສະພາດູມາ ສະຫະພັນຣັດເຊຍ, ເລຂາທິການ ອົງຄະນະພັກ ນະຄອນຫລວງມົດສະກູ, ກຳມະການສູນກາງພັກກອມມູນິດ ສະຫະພັນຣັດເຊຍ ພ້ອມຄະນະ ໄດ້ເຄື່ອນໄຫວ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ກໍໄດ້ລາຍງານສະພາບ ຈຸດພິເສດ ແລະ ທ່າແຮງ ໂດຍ ລວມຂອງແຂວງອຸດົມໄຊ ຕິດພັນກັບ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃນໄລຍະຜ່ານມາ ແລະ ລາຍງານກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຣັດເຊຍ ເປັນຕົ້ນ ວຽກງານທາງດ້ານການປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ, ການຄ້າ, ການລົງທຶນ, ການທະຫານ, ການທ່ອງທ່ຽວ ແລະ ການພັດທະນາຊັບພະຍາກອນມະນຸດ.

ຈາກນັ້ນ, ທ່ານ ເດນິສ ອັນເດຣເຢຍວິສ ປຣາໂຟນົບ ກໍໄດ້ຍົກໃຫ້ເຫັນ ການພົວພັນຮ່ວມມື ລະ ຫວ່າງ ສອງປະເທດ ທີ່ມີມາໃນເມື່ອກ່ອນຈົນເຖິງປັດຈຸບັນ ແລະ ພ້ອມຈະນຳເອົາຄຳຄິດ ຄຳເຫັນ ແລະ ຄຳສະເໜີ ຂອງການນຳແຂວງອຸດົມໄຊ ໄປພິຈາລະນາ ເພື່ອຊອກຫາແນວທາງໃນການແກ້ໄຂ ໃນຕໍ່ໜ້າ ໂດຍແນໃສ່ເຮັດໃຫ້ການພົວພັນຮ່ວມມື ແລະ ການຊຸກຍູ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ ແລະ ຣັດເຊຍ ເວົ້າສະເພາະ ກໍຄື ແຂວງອຸດົມໄຊ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

ໃນໂອກາດນີ້, ຄະນະຜູ້ແທນພັກກອມມູນິດ ສະຫະພັນ ຣັດເຊຍ ປະຈຳສະພາດູມາ ນະຄອນ ຫລວງມົດສະກູ ຍັງໄດ້ໄປຢ້ຽມຢາມ ບາງສະຖານທີ່ສຳຄັນຂອງແຂວງ ໂດຍສະເພາະແມ່ນສະຖານທີ່ທ່ອງທ່ຽວ ແລະ ອື່ນໆ.

ຂ່າວ: ຄານມະນີ ຮຽນດໍຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version