Home ຂ່າວໜ້າໜຶ່ງ ລາວ-ບຣູໄນ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ

ລາວ-ບຣູໄນ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ

0

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ທ່າມກາງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ລາວ-ບຣູໄນ ຄົບຮອບ 30 ປີ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ທໍານຽບປະທານປະເທດ ໃນຕອນເຊົ້າຂອງວັນທີ 3 ຕຸລາ 2023. ພາຍຫຼັງສໍາເລັດພິທີ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງທັງສອງປະເທດ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 30 ປີຜ່ານມາ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ ໃນຄັ້ງນີ້ ຊຶ່ງຖືວ່າເປັນການເດີນທາງຢ້ຽມຢາມລັດຖະກິດ ຄັ້ງທີ 3 ທີ່ ສປປ ລາວ ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນປີ 1993 ເປັນຕົ້ນມາ. ການຢ້ຽມຢາມຄັ້ງນີ້ ຍັງມີຄວາມໝາຍຄວາມສໍາຄັນ ແລະ ເປັນຂີດໝາຍປະຫວັດສາດອັນສໍາຄັນອີກບາດກ້າວໜຶ່ງ ໃນການເພີ່ມທະວີຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງ ລັດຖະບານ ບຣູໄນ ໃຫ້ແກ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະໃນຂົງເຂດການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ລວມທັງການເປັນປະທານອາຊຽນຂອງ ສປປ ລາວ ໃນຄັ້ງຜ່ານມາ ແລະ ໃນປີ 2024 ທີ່ຈະມາເຖິງນີ້.

ໃນໂອກາດພົບປະຄັ້ງນີ້, ຜູ້ນໍາສອງປະເທດ ລາວ-ບຣູໄນ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດໂດຍຫຍໍ້ ໃຫ້ກັນຊາບ, ໄດ້ຕີລາຄາສູງຕໍ່ການພົວພັນດ້ານການເມືອງຂອງສອງປະເທດ ທີ່ຢູ່ບົນພື້ນຖານຄວາມເຂົ້າອົກເຂົ້າໃຈກັນ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນ ຢູ່ເວທີພາກພື້ນ ແລະ ສາກົນ, ພ້ອມທັງມີການແລກປ່ຽນຢ້ຽມຢາມກັນຢ່າງເປັນປົກກະຕິຂອງການນໍາຂັ້ນສູງຂອງສອງປະເທດ ມາໂດຍສະຫຼອດ, ພິເສດ, ໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ ແລະ ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ໃນຄັ້ງນີ້, ສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດ, ອັນໄດ້ສ່ອງແສງໃຫ້ເຫັນເຖິງຄວາມມຸ້ງມາດປາຖະໜາຂອງສອງລັດ ແລະ ປະຊາຊົນສອງຊາດ ລາວ-ບຣູໄນ ໃຫ້ມີການພົວພັນທີ່ເລິກເຊິ່ງ ແລະ ສະໜິດແໜ້ນກວ່າເກົ່າ. ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນຂະແໜງການທີ່ສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນ ການບໍລິການຂົນສົ່ງ, ການກະສິກໍາສະອາດ, ການຜະລິດສິນຄ້າເພື່ອສົ່ງອອກ, ພະລັງງານ, ການທ່ອງທ່ຽວສີຂຽວ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນໂອກາດດຽວກັນ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີປະດັບຫຼຽນຄໍາແຫ່ງຊາດ ໃຫ້ຕົນເອງໃນຄັ້ງນີ້, ເຊິ່ງສະແດງເຖິງການພົວພັນຮ່ວມມືສອງຝ່າຍ ມີຄວາມໃກ້ຊິດກັນຫຼາຍຂຶ້ນ. ສົມເດັດ ຊຸນຕານ ຢືນຢັນວ່າ ບຣູໄນ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ພາຍຫຼັງສໍາເລັດການພົບປະ, ພະນະທ່ານ ທອງລຸນສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ ກໍໄດ້ຮ່ວມກັນລົງນາມ ຖະແຫຼງການຮ່ວມ ວ່າດ້ວຍ ຄູ່ຮ່ວມຍຸດທະສາດ ລາວ-ບຣູໄນ. ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ, ເພື່ອເປັນການສ່ອງແສງໃຫ້ເຫັນເຖິງຄວາມຮູ້ບຸນຄຸນອັນເລິກເຊິ່ງ, ເປັນການຍ້ອງຍໍສັນລະເສີນ ແລະ ການຕີລາຄາສູງຂອງ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ການປະກອບສ່ວນຂອງ ສົມເດັດ ຊຸນຕານ ທີ່ຍາມໃດກໍ່ເອົາໃຈໃສ່ຖະນຸບໍາລຸງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ຕະຫຼອດໄລຍະ 30 ປີຜ່ານມາ ພ້ອມທັງໃຫ້ການສະໜັບສະໜູນ ໃຫ້ແກ່ ສປປ ລາວ ມາໂດຍຕະຫຼອດ.

ໃນຕອນເຊົ້າຂອງວັນດຽວກັນ, ສົມເດັດ ຊຸນຕານ ແລະ ຄະນະ ກໍໄດ້ໄປວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ. ໃນຕອນຄໍ່າຂອງວັນດຽວກັນ, ສົມເດັດ ຊຸນຕານ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ.

ຂ່າວ: ກະຊວງການຕ່າງປະເທດ, ພາບ:ສຸກສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version