Home ທ່ອງທ່ຽວ ພຣະທາດສີໂຄດຕະບອງ ເປັນປູສະນິຍະສະຖານທີ່ສຳຄັນແຫ່ງໜຶ່ງຂອງຊາດລາວ

ພຣະທາດສີໂຄດຕະບອງ ເປັນປູສະນິຍະສະຖານທີ່ສຳຄັນແຫ່ງໜຶ່ງຂອງຊາດລາວ

0

______________________

ພຣະທາດສີໂຄດຕະບອງ ນອນຢູ່ໃນແຂວງຄຳມ່ວນ, ຕັ້ງຢູ່ແຄມແມ່ນໍ້າຂອງ ຫ່າງຈາກຕົວເມືອງທ່າແຂກ ອອກໄປທາງທິດໃຕ້ປະມານ 6 ກິໂລແມັດ, ລັກສະນະຂອງພຣະທາດແມ່ນກໍ່ດ້ວຍດິນຈີ່, ທາປູນ, ຖານເປັນຮູບສີ່ຫຼ່ຽມຫັກມຸມ, ຍອດແຫຼມ, ສ່ວນເທິງຂອງພຣະທາດມີລັກສະນະເປັນສີ່ຫຼ່ຽມແບບດວງປີ. ໂຄງສ້າງຢູ່ໃນສະໄໝດຽວກັນກັບພຣະທາດພະນົມ (ປະເທດໄທ), ພຣະທາດອີງຮັງ (ແຂວງສະຫວັນນະເຂດ), ພຣະທາດບັງພວນ, ພຣະທາດຫຼວງວຽງຈັນ, ເຊິ່ງເປັນສະກຸນຊ່າງສີລະປະກໍ່ສ້າງຂອງລາວລ້ານຊ້າງ, ຖານແຕ່ລະດ້ານຍາວ 14,33 ຊມ, ສູງ 28-29 ຊມ, ຍອດປະດັບດ້ວຍເສດຕະສັດ 7 ຊັ້ນ, ໃນແກນເປັນເຫຼັກ, ເສດຕະສັດເຮັດດ້ວຍເງິນ ແລະ ຄໍາ, ປາຍເສດຕະສັດມີໂຄມແກ້ວ, ສະເພາະເສດຕະສັດສູງ 2 ແມັດ, ບໍລິເວນຕີນພຣະທາດກວ້າງດ້ານລະ 25 ແມັດ, ສູງ 30 ແມັດ, ມີພຣະທາດນ້ອຍຂອງພຣະອໍລະຫັນທັງຫ້າຕັ້ງຢູ່ທາງດ້ານຕາເວັນຕົກ 3 ໜ່ວຍ ແລະ ຕາເວັນອອກ 2 ໜ່ວຍ (ປະຈຸບັນເພໝົດແລ້ວ).

ພຣະທາດສີໂຄດຕະບອງ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງ (ສະຕະວັດທີ6-8), ເປັນບ່ອນເກັບມ້ຽນອັດຖິຂອງພຣະພຸດທະເຈົ້າ. ພະເຈົ້າຊີວິດໂພທິສາລາດ, ເຊິ່ງເປັນກະສັດລາວອົງໜຶ່ງໃນສະໄໝນັ້ນ ໄດ້ທຳການປະຕິສັງຂອນພຣະທາດນີ້ ແລະ ຕິດຮູບດອກບົວໃສ່ຈອມທາດ ໃນສະຕະວັດທີ 16, ຕໍ່ມາພະເຈົ້າໄຊຍະເສດຖາທິລາດ ກໍ່ໄດ້ປະຕິຮູບຊົງທາດ ໃຫ້ເປັນຮູບທີ່ເຫັນໃນປະຈຸບັນ, ສ່ວນອື່ນໆແມ່ນສ້າງຂຶ້ນໃນຊຸມປີ 1950 ແລະ ປີ 1970 ກໍ່ໄດ້ມີການກໍ່ສ້າງເພີ່ມເຕີມ, ປີ 2009 ພັກ ແລະ ລັດຖະບານ ກໍ່ຄືປະຊາຊົນຊາວແຂວງຄຳມ່ວນ ໄດ້ທຳການຫຼໍ່ຮູບປັ້ນພຣະຍາສີໂຄດຕະບອງ ເພື່ອປະດິດສະຖານໄວ້ຢູ່ບໍລິເວນເດີ່ນພຣະທາດ ພ້ອມປັບປຸງ ແລະ ຕົບແຕ່ງເດີ່ນໃຫ້ມີຄວາມຈົບງາມຂຶ້ນຕື່ມເປັນແຕ່ລະໄລຍະ.

ນອກຈາກນັ້ນ ຍັງມີຮູບປັ້ນຂອງພຣະຍາສີໂຄດຕະບອງ ຢືນຢ່າງສະຫງ່າລາສີ. ຄຳວ່າ “ສີໂຄດຕະບອງ” ມີຄວາມໝາຍມາຈາກພາສາບາລີວ່າ: “ເມືອງທີ່ມີຄວາມສວຍງາມ ແລະ ຈະເລີນຮຸ່ງເຮືອງໄປດ້ວຍສິນທຳ”. ດ້ວຍເຫດນັ້ນ ຮູບປັ້ນຂອງພຣະຍາສີໂຄດຕະບອງຈຶ່ງປຽບເໜືອນທວນໄຟເຍືອງທາງໃຫ້ແສງສະຫວ່າງແກ່ຄົນຮຸ້ນຕໍ່ໄປ ແລະ ກໍ່ເປັນສູນລວມແຫ່ງຈິດໃຈຂອງຊາວແຂວງຄໍາມ່ວນ ມາຈົນເທົ່າທຸກວັນນີ້.

ຂໍ້ມູນຈາກ: ຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງຄຳມ່ວນ.

#Medialaos#ມີເດຍລາວ#khammouane News #ແຫຼ່ງທ່ອງທ່ຽວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version