Home ຂ່າວພາຍໃນ ການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ຄືບໜ້າຫລາຍດ້ານ

ການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນ ຄືບໜ້າຫລາຍດ້ານ

0

ປັດຈຸບັນ, ສປປ ລາວ ກໍຄື ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກະກຽມຄວາມພ້ອມຮອບດ້ານ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ງານວາງສະແດງທ່ອງທ່ຽວອາຊຽນ ຫລື ATF ທີ່ຈະຈັດຂຶ້ນໃນວັນທີ 22-27 ມັງກອນ 2024.

ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ອະນຸກຳມະການກະກຽມລວມມີ 13 ອະນຸກຳມະການ ໂດຍໄດ້ແບ່ງອອກເປັນ 2 ວຽກໃຫຍ່ຄື: ດ້ານສະຖານທີ່ ເຊິ່ງປັດຈຸບັນແມ່ນໄດ້ສຸມໃສ່ເລືອກໂຮມແຮມຈຳນວນ 6 ແຫ່ງ ທີ່ເປັນໂຮງແຮມທາງການ. ໃນນັ້ນ, ໄດ້ກຳນົດເອົາໂຮງແຮມແລນມາກ ເປັນສະຖານທີ່ຈັດກອງປະຊຸມທາງການ. ນອກຈາກນີ້, ຍັງມີອີກ 20 ໂຮງແຮມທີ່ປິ່ນອ້ອມ ເພື່ອຮອງຮັບຜູ້ແທນທີ່ຈະເຂົ້າມາຮ່ວມກອງປະຊຸມ ລວມທັງງານວາງສະແດງ, ຄາດວ່າຈະເພີ່ມອີກຖ້າຫາກມາຈຳນວນນັກທ່ອງທ່ຽວເຂົ້າມາຫລາຍ. ສ່ວນດ້ານເນື້ອໃນ ປັດຈຸບັນແມ່ນໄດ້ກະກຽມຮ່າງບັດເຊີນ ແລະ ໄດ້ສຳເລັດຂັ້ນພື້ນຖານແລ້ວ ໂດຍໄດ້ມີການປະສານງານກັບກອງເລຂາອາຊຽນ ເພື່ອກວດຄືນລາຍຊື່ ບັນດາລັດຖະມົນຕີທ່ອງທ່ຽວ, ລັດຖະມົນຕີທ່ອງທ່ຽວອາຊຽນບວກ 3, ອາຊຽນ-ອິນເດຍ, ອາຊຽນ-ຣັດເຊຍ ລວມທັງບັນດາອົງການຈັດຕັ້ງສາກົນຕ່າງໆ ເພື່ອຈະເຊີນຜູ້ແທນເຂົ້າຮ່ວມກອງປະຊຸມ.

ສ່ວນບັນດາວຽກປິ່ນອ້ອມການກະກຽມ ການຈັດລາຍການໃຫ້ຄະນະຜູ້ແທນ ທີ່ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້, ພາກສ່ວນກ່ຽວຂ້ອງ ກໍຄື ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກໍໄດ້ປະສານສົມທົບກັບຫົວໜ່ວຍທຸລະກິດທ່ອງທ່ຽວ ລວມທັງພະແນກ ຖວທ ນະຄອນຫລວງວຽງຈັນ ເພື່ອຈັດລາຍການທ່ອງທ່ຽວ ໃຫ້ສາມາດໄປທ່ຽວໄດ້ຢູ່ນະຄອນຫລວງວຽງຈັນ ແລະ ອີກຈໍານວນໜຶ່ງ ກໍໄດ້ມີການປຶກສາຫະລືກັບບໍລິສັດທ່ອງທ່ຽວ ສາມາດສ້າງລາຍການທ່ອງທ່ຽວ ໃນຂະນະທີ່ຜູ້ແທນມາຮ່ວມກອງປະຊຸມ ສາມາດຊື້ລາຍການທ່ອງທ່ຽວ ໄປທ່ຽວໄດ້ບາງແຂວງທີ່ພວກເຮົາໄດ້ຈັດໂປແກຣມການທ່ອງທ່ຽວໄວ້ ແລະ ການຂາຍລາຍການທ່ອງທ່ຽວ ແມ່ນຈະຈັດຢູ່ໂຮງແຮມທີ່ກຳນົດໄວ້ ເພື່ອສະໜອງຂໍ້ມູນໃຫ້ແກ່ຜູ້ແທນສາມາດເຂົ້າເຖິງຂໍ້ມູນ ແລະ ສາມາດຈອງລາຍການທ່ອງທ່ຽວໄດ້.

ສຳລັບວຽກຂົນສົ່ງ ແມ່ນໄດ້ປະສານກັບ ຜູ້ປະກອບການທຸລະກິດລົດຂົນສົ່ງ ນອກຈາກລົດທີ່ທາງການໄດ້ກະກຽມ ໂດຍສະເພາະ ລົດທີ່ຮັບໃຊ້ຄະນະລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ ແລະ ຄະນະຜູ້ແທນກອງປະຊຸມ, ແລ້ວຍັງມີລົດຈຳນວນໜຶ່ງ ໃນກໍລະນີທີ່ຜູ້ແທນກອງປະຊຸມມີຄວາມສົນໃຈຢາກເຊົ່າລົດ ໂດຍສະເພາະແມ່ນລົດຕູ້ຂະໜາດ 10 ບ່ອນນັ່ງ ສາມາດສັ່ງຈອງໄດ້ກັບບໍລິສັດກ່ຽວຂ້ອງ, ຄາດຄະເນຜູ້ແທນທີ່ຈະມາເຂົ້າຮ່ວມປະມານ 800-1.000 ກວ່າຄົນ. ນອກຈາກນີ້, ຍັງມີວຽກປິ່ນອ້ອມຄືວຽກ ປກຊ-ປກສ ກໍໄດ້ກະກຽມການແບ່ງປັນໜ້າທີ່ ເຊິ່ງປັດຈຸບັນເຫັນວ່າ ມີຄວາມຄືບໜ້າດີພໍສົມຄວນ ລວມທັງການຈັດສັນງົບປະມານຮັບໃຊ້ກອງປະຊຸມ ກຽມຈະສະເໝີຕໍ່ລັດຖະບານ ເພື່ອພິຈາລະນາໃນການຈັດຕັ້ງປະຕິບັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version