Home ຂ່າວພາຍໃນ ເປີດງານແຂ່ງຂັນ ຮູບແບບການຊົມໃຊ້ ແລະ ການຜະລິດແບບຍືນຍົງ ໃນ ສປປ ລາວ

ເປີດງານແຂ່ງຂັນ ຮູບແບບການຊົມໃຊ້ ແລະ ການຜະລິດແບບຍືນຍົງ ໃນ ສປປ ລາວ

0

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ກະຊວງ SME ແລະ Startup ສ ເກົາຫລີ ແລະ ສະມາຄົມໄອຊີທີ ແລະ ດີຈິຕອນລາວ (LIDA) ໂດຍການສະໜັບສະໜູນຈາກ ມູນລະນິທິ Hanns Seidel Foundation ຈັດງານແຂ່ງຂັນ Startup ECOTHON 2023 ຄັ້ງທີ 4 ໃນລະຫວ່າງວັນທີ 24-25 ສິງຫາ 2023 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້: “ຮູບແບບທຸລະກິດທາງດ້ານນະວັດຕະກຳ ແລະ ຄວາມຍືນຍົງ ແລະ ແນວຄວາມຄິດໃນການຊົມໃຊ້ ແລະ ການຜະລິດແບບຍືນຍົງ ໃນບັນດາຂະແໜງການອຸດສາຫະກໍາ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ທ່ານ ຄຣິດ ຊຶງ ຊານ ລີ (Chris Seung-chan LEE) ຜູ້ຕາງໜ້າ Hanns Seidel Foundation, ທ່ານ ທະນູສອນ ພົນອາມາດ, ປະທານສະມາຄົມ ການໄອຊີທີ ແລະ ດິຈິຕອນລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນເພັງ ສີບູນເຮືອງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງການຈັດງານຄັ້ງນີ້, ເພື່ອເພີ່ມທະວີຄວາມຮັບຮູ້ໃຫ້ແກ່ສັງຄົມ, ນັກປະດິດລຸ້ນໃໝ່, ຜູ້ຜະລິດ ແລະ ຜູ້ຊົມໃຊ້ ໃຫ້ເຫັນຄວາມສຳຄັນຂອງການພັດທະນາແບບຍືນຍົງ ຊຶ່ງກິດຈະກຳດັ່ງກ່າວ ໄດ້ຖືກຮັບຮອງໃນກອງປະຊຸມຄະນະກຳມະການປະສານງານອາຊຽນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫລື ACCMSME (ແອັກສະມີ) ຄັ້ງທີ 8 ທີ່ປະເທດກຳປູເຈຍ ໃນປີ 2019, ປັດຈຸບັນ ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ກຳລັງຂຸ້ນຂ້ຽວເຮັດວຽກຮ່ວມກັບບັນດາກະຊວງ, ສະຖາບັນສຶກສາ ແລະ ພາກເອກະຊົນເພື່ອສົ່ງເສີມຈຸນລະວິສາຫະກິດວິສາຫະກິດຂະໜາດນ້ອຍ-ກາງ(ຈນສ ຫລື SME) ແລະ ທຸລະກິດແບບສະຕາດອັບ ໃນ ສປປ ລາວ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອສະໜັບສະໜູນທຸລະກິດ ແລະ ຜູ້ປະກອບກິດຈະການໃນປະເທດເຮົາ, ການສົ່ງເສີມສະຕາດອັບ ກໍເປັນນະໂຍບາຍຈຸດສຸມໜຶ່ງທີ່ຈະຢູ່ໃນແຜນພັດທະນາ ຈນກ 2021-2025 ແລະ ງານແຂ່ງຂັນ Startup ECOTHON 2023 ຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄວາມສໍາຄັນຂອງກິດຈະກໍາທີ່ຕິດພັນ ກັບການສົ່ງເສີມ SME ແລະ ການພັດທະນາສຳລັບບັນດາປະເທດ CLM, ປັດຈຸບັນ ບັນດາປະເທດ ດັ່ງກ່າວ ແມ່ນກຳລັງໃຫ້ ຄວາມສົນໃຈ ແລະ ພະຍາຍາມທີ່ຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) 2030. ເຊິ່ງ ECOTHON ກໍຖືເປັນກິດຈະກຳທີ່ຈະຊ່ວຍໃຫ້ບັນລຸເປົ້າໝາຍດັ່ງກ່າວ. ສຳລັບປີນີ້ ECOTHON ແມ່ນຈະໄດ້ຈັດຂຶ້ນໃນ 5 ປະເທດ ຄື: ກຳປູເຈຍ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ ແລະ ສປປ ລາວ.

ຂ່າວ: ວຽງສະຫວັນ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version