Home ແຈ້ງການສໍາຄັນ ແຈ້ງເຕືອນໄພນໍ້າຖ້ວມ ວັນທີ 27 ສິງຫາ 2023

ແຈ້ງເຕືອນໄພນໍ້າຖ້ວມ ວັນທີ 27 ສິງຫາ 2023

0

ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາວັນທີ 27 ສິງຫາ 2023, ເນືື່ອງຈາກວ່າ ຝົນຍັງຈະສືບຕໍ່ຕົກໃນລະດັບປານກາງຢູ່ແຂວງພາກກາງຕືື່ມອີກ, ຊິ່ງຍັງຈະເຮັດໃຫ້ລະດັບແມ່ນໍ້າສາຂາຍັງຈະສືບຕໍ່ໍເພີ່ມຂຶ້ນໂດຍສະເພາະ ລະດັບນໍ້າຢູ່ສະຖານີວັງວຽງ (ນໍ້າຊ່ອງ) ເມືອງວັງວຽງ ແຂວງວຽງຈັນ, ຍັງຈະສືບຕໍ່ສູງກວ່າເຂດລະດັບເຕືອນໄພ (ລະດັບນໍ້າເຂດເຕືອນໄພ 3.50 ແມັດ; ເຂດອັນຕະລາຍ 4.50 ແມັດ). ດັ່ງນັໍ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສ ຢູ່ລຽບຕາມແຄມນໍ້າຊ່ອງ ລົງໄປຫາປາກແມ່ນໍ້າຊ່ອງ ໂດຍສະເພາະ ເມືອງວັງວຽງ ແຂວງວຽງຈັນ, ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກ ທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງເກີດຂຶ້ນໄດ້ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢູ່າງຕໍ່ເນືື່ອງ.

ສໍາລັບນະຄອນຫລວງວຽງຈັນ ຈະມີຝົນຕົກໃນລະດັບຄ່ອຍເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່ກັບ 40%. ອຸນຫະພູມ ໃນລະຫວ່າງ 25-32 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version