Home ແຈ້ງການສໍາຄັນ ແຈ້ງເຕືອນໄພນໍ້າຖ້ວມ ວັນທີ 26 ສິງຫາ 2023

ແຈ້ງເຕືອນໄພນໍ້າຖ້ວມ ວັນທີ 26 ສິງຫາ 2023

0

ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາວັນທີ 26 ສິງຫາ 2023, ເນືື່ອງຈາກວ່າ ໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍວັນຜ່ານມາຢູ່ແຂວງພາກກາງ, ຊຶ່ງໄດ້ເຮັດໃຫ້ລະດັບແມ່ນໍ້າສາຂາໄດ້ເພີ່ມຂຶ້ນຢ່າງໄວ ໂດຍສະເພາະ ລະດັບນໍ້າຢູ່ສະຖານີວັງວຽງ (ນໍ້າຊອງ) ເມືອງວັງວຽງ ແຂວງວຽງຈັນ, ເຊົ້າມື້ນີ້ແທກໄດ້ 3.60 ແມັດ ໄດ້ສູງກ່ວາເຂດລະດັບເຕືອນໄພ (ລະດັບນໍ້າເຂດເຕືອນໄພ 3.50 ແມັດ; ເຂດອັນຕະລາຍ 4.50 ແມັດ).

ດັ່ງນັໍ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການ ປົກຄອງທຸກພາກສ່ວນ ທີ່ອາໄສຢູ່ລຽບຕາມແຄມນໍ້າຊອງ ລົງໄປຫາ ປາກແມ່ນໍ້າຊອງ ໂດຍສະເພາະເມືອງວັງວຽງ ແຂວງວຽງຈັນ, ຈົ່່ງມີສະຕິລະວັງຕໍ່ສະພາບຝົນຕົກທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ເກີດຂຶ້ນໄດ້ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢູ່າງຕໍ່ເນືື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version