Home ຂ່າວຕ່າງປະເທດ ມວນຊົນອິນໂດເນເຊຍ ສະແດງຄວາມຮູ້ສຶກຕໍ່ເສັ້ນທາງລົດໄຟ ຈາກາຕາ-ບັນດຸງ

ມວນຊົນອິນໂດເນເຊຍ ສະແດງຄວາມຮູ້ສຶກຕໍ່ເສັ້ນທາງລົດໄຟ ຈາກາຕາ-ບັນດຸງ

0

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້, ໂຄສົກພະແນກພາສາອິນໂດເນເຊຍ ສູນອາຊີ-ອາຟຣິກາ ຂອງວິທະຍຸໂທລະພາບສູນກາງຈີນ (CMG) ໄດ້ເດີນທາງໄປໃນນະຄອນຫຼວງຈາກາຕາ ແລະ ສະຖານທີ່ກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ເພື່ອຂໍຄວາມເຫັນໂດຍກົງ ແລະ ຕົວຈິງທີ່ສຸດຈາກມວນຊົນອິນໂດເນເຊຍກ່ຽວກັບລົດໄຟຄວາມໄວສູງຈາກາຕາ-ບັນດຸງ ໂດຍການສຳພາດຜູ້ຄົນຕາມຖະໜົນ.

ໃນຖານະເປັນໂຄງການສັນຍາລັກຕາມຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແລະ ການຮ່ວມມືຕົວຈິງລະຫວ່າງຈີນ-ອິນໂດເນເຊຍ ເມື່ອເວົ້າເຖິງລົດໄຟຄວາມໄວສູງ ຈາກາຕາ-ເມືອງບັນດຸງ, ມວນຊົນທີ່ໃຫ້ສຳພາດລ້ວນແຕ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈ. ນາງ ອາບີ ຜູ້ໃຫ້ສຳພາດຄົນທຳອິດກ່າວວ່າ: ລົດໄຟຄວາມໄວສູງຈາກາຕາ-ບັນດຸງ ແມ່ນມີຊື່ສຽງທີ່ສຸດຂອງອິນໂດເນເຊຍໃນປັດຈຸບັນນີ້, ຄົນທັງຫຼາຍຮູ້ສຶກຕົກສະເງີ້ຕໍ່ການປ່ຽນແປງຄັ້ງໃຫຍ່ທີ່ຈະເຮັດໃຫ້ເວລາການເດີນທາງຈາກນະຄອນຫຼວງຈາກາຕາຫາເມືອງບັນດຸງສັ້ນເຂົ້າຈາກ 3 ຊົ່ວໂມງ ຫຼຸດລົງເຫຼືອພຽງ 40 ນາທີ ພາຍຫຼັງເປີດການນຳໃຊ້, ພ້ອມທັງມີຄວາມຄອງຄອຍຕໍ່ຊີວິດການເປັນຢູ່ທີ່ມີຄວາມສະດວກສະບາຍຈາກລົດໄຟຄວາມໄວສູງນຳມາໃຫ້ ແລະ ຜົນປະໂຫຍດດ້ານເສດຖະກິດທີ່ຈະໄດ້ຮັບຢູ່ເຂດລຽບຕາມທາງລົດໄຟ. ມີຫຼາຍຄົນກ່າວວ່າ: ຫວັງວ່າມື້ໃດມື້ໜຶ່ງເສັ້ນທາງລົດໄຟຄວາມໄວສູງຈະໄດ້ຮັບການກໍ່ສ້າງຮອດບ້ານເກີດຂອງຕົນ, ເຮັດໃຫ້ມວນຊົນຢູ່ຫຼາຍເຂດໄດ້ສຳຜັດເຖິງຄວາມໄວ. ທ່ານ ດີວີຢານາ ສະລາເມັດ ຣີຢາດີ ຜູ້ບໍລິຫານບໍລິສັດລົດໄຟຄວາມໄວສູງຈີນແຫ່ງອິນໂດເນເຊຍ ຈຳກັດ ກ່າວໃນເວລາໃຫ້ສຳພາດວ່າ: ລົດໄຟຄວາມໄວສູງຈາກາຕາ-ບັນດຸງ ໄດ້ສ້າງສະພາບການໃໝ່ທີ່ໄດ້ຮັບຜົນປະໂຫຍດຮ່ວມກັນໃຫ້ແກ່ການພັດທະນາດ້ານການຮ່ວມມືລະຫວ່າງສອງປະເທດ, ສ້າງແບບຢ່າງທີ່ດີດ້ານການຮ່ວມມືພາກພື້ນໃຫ້ແກ່ປະເທດອື່ນໆ. ນອກຈາກນີ້, ມີຊາວໜຸ່ມອິນໂດເນເຊຍຈຳນວນຫຼາຍກ່າວວ່າ: ຊີວິດການເປັນຢູ່ຂອງຕົນແມ່ນປາສະຈາກຜະລິດຕະພັນອັດສະລິຍະຂອງຈີນບໍ່ໄດ້. ເຄື່ອງໃຊ້ໄຟຟ້າໃນເຮືອນ, ໂທລະສັບມືຖື ແລະ ຜະລິດຕະພັນເອເລັກໂຕຣນິກແບບທັນສະໄໝຂອງຈີນ ໄດ້ຮັບຄວາມນິຍົມຫຼາຍຢູ່ຕະຫຼາດອິນໂດເນເຊຍ ແຕ່ລະປີມີນັກສຶກສາອິນໂດເນເຊຍສະ ເໜີໄປຮຽນຕໍ່ຢູ່ຈີນນັບມື້ນັບຫຼາຍກວ່າເກົ່າ.

ມວນຊົນອິນໂດເນເຊຍ ທີ່ໃຫ້ສຳພາດກ່າວວ່າ: ໃນອະນາຄົດຈີນ ແລະ ອິນໂດເນເຊຍຄວນບຸກເບີກຂົງເຂດການຮ່ວມມືຫຼາຍກວ່າເກົ່າ ຕົວຢ່າງວ່າ: ບົດຮຽນທີ່ນຳໜ້າດ້ານການລຶບລ້າງຄວາມທຸກຍາກແລະ ການເຮັດໃຫ້ຊົນນະບົດມີຄວາມຈະເລີນຮຸ່ງເຮືອງຂອງຈີນ ຈະໄດ້ຮັບການໂຄສະນາຢູ່ອິນໂດເນເຊຍ. ຫວັງວ່າໃນອະນາຄົດສອງປະເທດຈະດຳເນີນການຮ່ວມມືຢ່າງເລິກເຊິ່ງກວ່າເກົ່າໃນຂົງເຂດພະລັງງານສີຂຽວ, ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແລະ ຂົງເຂດອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version