Home ຂ່າວຕ່າງປະເທດ ຫຼອດດູດເຈ້ຍເປັນພິດຕໍ່ສິ່ງແວດລ້ອມເທົ່າກັບຫຼອດດູດພລາສຕິກ

ຫຼອດດູດເຈ້ຍເປັນພິດຕໍ່ສິ່ງແວດລ້ອມເທົ່າກັບຫຼອດດູດພລາສຕິກ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ສິງຫາ ຜ່ານມາ, ນັກວິທະຍາສາດແບນຊິກ ໄດ້ເປີດເຜີຍບົດລາຍງານການວິໄຈສະບັບຫຼ້າສຸດລະບຸວ່າ: ຫຼອດດູດທີ່ເປັນເຈ້ຍທີ່ນຳມາໃຊ້ແທນຫຼອດດູດ ພລາສຕິກ ເພາະເຊື່ອກັນວ່າເປັນມິດຕໍ່ສິ່ງແວດລ້ອມ ແທ້ຈິງແລ້ວມີສານເຄມີທີ່ເປັນພິດ ຊຶ່ງສົ່ງຜົນເສຍຕໍ່ສິ່ງແວດລ້ອມບໍ່ຕ່າງກັນ.

ຜົນການວິໄຈທີ່ເຮັດການທົດລອງກັບຫຼອດດູດ 39 ຊະນິດ ພົບວ່າ ຫຼອດດູດທີ່ເປັນເຈ້ຍທີ່ນຳມາໃຊ້ແທນຫຼອດດູດ rລາສຕິກ ເພາະເຊື່ອກັນວ່າເປັນມິດກັບສິ່ງແວດລ້ອມແທ້ຈິງແລ້ວມີສານເຄມີທີ່ເປັນພິດທີ່ຊື່ວ່າ ສານເຄມີຕະຫຼອດການ (PFAS) ຊຶ່ງສົ່ງຜົນເສຍຕໍ່ສິ່ງແວດລ້ອມບໍ່ຕ່າງກັນ ໂດຍຖືວ່າບົດລາຍງານການວິໄຈຄັ້ງນີ້ເປັນການວິໄຈທີ່ກ່ຽວກັບສານເຄມີໃນຫຼອດເກືອບທຸກປະເພດເປັນຄັ້ງທຳອິດໃນເອີຣົບ ຊຶ່ງລວມທັງຫຼອດດູດທີ່ເປັນເຈ້ຍ, ຫຼອດດູດທີ່ເຮັດຈາກໄມ້ໄຜ່, ຫຼອດແກ້ວ, ຫຼອດດູດສະແຕນເລສ ແລະ ຫຼອດດູດພລາສຕິກ ໂດຍພົບວ່າຫຼອດດູດສ່ວນຫຼາຍ ຫຼື ປະມານ 69% ມີສານ PFAS ລວມເຖິງຫຼອດດູດທີ່ເຮັດມາຈາກເຈ້ຍ ແລະ ໄມ້ໄຜ່ດ້ວຍເຊັ່ນດຽວກັນ. ໂດຍສານ PFAS ຄືກຸ່ມສານເຄມີທີ່ສາມາດພົບໄດ້ຕາມວັດຖຸຕ່າງໆ ຕັ້ງແຕ່ເຄື່ອງແຕ່ງຕົວ, ເຄື່ອງຄົວໄປຈົນເຖິງວັດສະດຸກໍ່ສ້າງ ໂດຍສານເຫຼົ່ານີ້ຈະເປັນອັນຕະລາຍທັງກັບຄົນ, ສັດ ແລະ ສິ່ງແວດລ້ອມ ເນື່ອງຈາກຈະໃຊ້ເວລາການຍ່ອຍສະຫຼາຍຍາວນານນັບຫຼາຍພັນປີ ເຮັດໃຫ້ບາງຄົນເອີ້ນສານເຄມີຊະນິດນີ້ວ່າ: ສານເຄມີຕະຫຼອດການ.

ນອກຈາກນີ້, ນັກວິທະຍາສາດຍັງພົບວ່າ: ສານໂຕນີ້ເຊື່ອມໂຍງກັບບັນຫາສຸຂະພາບຂອງປະຊາຊົນ ເພາະຈະຢູ່ໃນຮ່າງກາຍມະນຸດໄດ້ດົນຫຼາຍປີ ທັງເຮັດໃຫ້ການຕອບສະໜອງຕໍ່ວັກຊີນຫຼຸດລົງ, ນ້ຳໜັກເດັກເກີດໃໝ່ຕ່ຳກວ່າເກນ, ເຮັດໃຫ້ເກີດພະຍາດໄທຣອຍ, ເພີ່ມລະດັບຄໍເຣສເຕີຣໍ, ທຳລາຍຕັບ ກໍ່ໃຫ້ເກີດມະເຮັງໄຂ່ຫຼັງ ແລະ ມະເຮັງອັນທະ ດ້ວຍ ສົ່ງຜົນໃຫ້ທົ່ວໂລກມີການຫ້າມນຳໃຊ້ສິນຄ້າທີ່ມີສານ PFAS ມາຕັ້ງແຕ່ປີ 2020.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version