ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ 11ພະຈິກນີ້, ກອງປະຊຸມ ຝ່າຍລົງນາມ ສົນທິສັນຍາ ຂອງອົງການ ສະຫະ ປະຊາຊາດ ວ່າດ້ວຍ ຂອບການປ່ຽນແປງ ຂອງດິນຟ້າ ອາກາດ ຄັ້ງທີ 30 ຫລື COP 30 ໄດ້ໄຂຂຶ້ນ ຢູ່ນະຄອນ ເບເລມ ປະເທດ ບຣາຊິນ. ກອງປະຊຸມຄັ້ງນີ້ ຈະດຳເນີນໄປ ເປັນເວລາ 12 ວັນ ໂດຍສຸມໃສ່ ຫລາຍຫົວຂໍ້ ສຳຄັນ ກ່ຽວກັບ ດິນຟ້າອາກາດ ແລະ ຮຽກຮ້ອງ ໃຫ້ທົ່ວໂລກ ຈົ່ງຮ່ວມກັນ ປຶກສາຫາລື ແຜນຮັບມືກັບ ວິກິດການດິນຟ້າອາກາດ, ເລັ່ງລັດການຫລຸດ ການປ່ອຍກາກບອນ ແລະ ເລັ່ງລັດການຫັນເປັນ ຮູບແບບ ການພັດທະນາ ເສດຖະກິດ ພະລັງງານ ສະອາດ. ປີນີ້ແມ່ນຄົບຮອບ 10 ປີ ຂອງການບັນລຸ ສົນທິສັນຍາປາຣີ ເຊິ່ງເປັນຈຸດ ເວລາອັນສຳຄັນ ຕໍ່ການແກ້ໄຂ ບັນຫາດິນຟ້າອາກາດ ທົ່ວໂລກ. ກອງປະຊຸມຄັ້ງນີ້ ໄດ້ຮຽກຮ້ອງ ໃຫ້ບັນດາ ປະເທດໃນໂລກ ຈົ່ງໃຫ້ຄວາມສຳຄັນ ຕໍ່ອຸນຫະພູມໂລກ ທີ່ເພີ່ມສູງຂຶ້ນ ເຊິ່ງຈະສ້າງຜົນກະທົບ ໜັກໜ່ວງ ຕໍ່ເສດຖະກິດ-ສັງຄົມ ແລະ ສະແດງ ຄວາມຫວັງວ່າ ຈະນຳໄປສູ່ 10 ປີ ຂ້າງໜ້າ ແຫ່ງການພັດທະນາ ແລະ ການຈັດຕັ້ງປະຕິບັດ ຕາມສົນທິສັນຍາ ຢ່າງວ່ອງໄວ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
