Home ຂ່າວຕ່າງປະເທດ ອາຊຽນ ສົມທົບກັນຮັບມືກັບໂຣກລະບາດໃນອະນາຄົດ

ອາຊຽນ ສົມທົບກັນຮັບມືກັບໂຣກລະບາດໃນອະນາຄົດ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຈາກາຕາ ຂອງ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມລັດຖະມົນຕີການເງິນ ແລະ ສາທາລະນະສຸກ ອາຊຽນ ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງອາຊຽນ (AFMGM) ຄັ້ງທີ 10.

ຂ່າວລະບຸວ່າ: ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການ, ປະສົບການໃນການຍົກສູງປະສິດທິຜົນຂອງການສົມທົບລະຫວ່າງບັນດາອົງການການເງິນ, ສາທາລະນະສຸກຂອງພາກພື້ນໃນການຮັບມືກັບສິ່ງທ້າທາຍຕ່າງໆ ຊຶ່ງພະຍາດລະບາດໃນອະນາຄົດອາດຈະກໍ່ຂຶ້ນ. ກອງປະຊຸມໄດ້ພິຈາລະນາກ່ຽວກັບການຄົ້ນຄວ້າທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ສະກັດກັ້ນ, ກະກຽມ ແລະ ຮັບມື ກັບພະຍາດລະບາດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນນັ້ນ, ມີໄລຍະຫ່າງດ້ານການເງິນລະຫວ່າງບັນດາປະເທດອາຊຽນ ໃນການປະຕິບັດວຽກງານນີ້, ຮູບແບບການລົງທຶນ ແນໃສ່ເພີ່ມທະວີກຳລັງຄວາມສາມາດແຫ່ງຊາດໃນການຮັບມືກັບພະຍາດລະບາດ ກໍຄືນຳໃຊ້ກອງທຶນອາຊຽນ ຮັບມືກັບພະຍາດລະບາດໂຄວິດ – 19 ແລະ ພະຍາດລະບາດທີ່ຈະເກີດຂຶ້ນໃໝ່ ຢ່າງມີປະສິດທິຜົນ.

ໃນກອງປະຊຸມ, ບັນດາປະເທດອາຊຽນ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາປັບປຸງໂຄງປະກອບສາທາລະນະສຸກຢູ່ພາກພື້ນ ພາຍຫຼັງພະຍາດລະບາດໂຄວິດ – 19, ແນໃສ່ເພີ່ມທະວີກຳລັງຄວາມສາມາດຟື້ນຟູ, ການຮັບມືໃນປະຊາຄົມອາຊຽນ ໂດຍອີງໃສ່ແຜນການຟື້ນຟູສັງລວມອາຊຽນ; ເຫັນດີສ້າງຕັ້ງສູນ ອາຊຽນ ຮັບມືກັບກໍລະນີການແພດສຸກເສີນ ແລະ ພະຍາດລະບາດປະເພດໃໝ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version