Home ຂ່າວຕ່າງປະເທດ ນາຍົກກຳປູເຈຍ ຈະເຮັດໃຫ້ປະເທດມີລາຍໄດ້ສູງຂຶ້ນ ພາຍໃນປີ 2050

ນາຍົກກຳປູເຈຍ ຈະເຮັດໃຫ້ປະເທດມີລາຍໄດ້ສູງຂຶ້ນ ພາຍໃນປີ 2050

0

ຕາມ​ຂ່າວ​ຈາກພະນົມ​ເປັນ ​ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ພົອ ຮຸນ​ ມາ​ເນັດ, ນາຍົກລັດຖະມົນຕີຄົນ​ໃໝ່​ ຂອງ​ກຳ​ປູ​ເຈຍ ​ໃຫ້​ຄຳ​ໝັ້ນ ສັນຍາ​ວ່າ: ຈະ​ເຮັດ​ໃຫ້​ກຳປູ​ເຈຍ ກາຍ​ເປັນ​ປະ​ເທດ ທີ່​ມີ​ລາຍ​ໄດ້​ສູງຂຶ້ນ ພາຍ​ໃນ​ປີ 2050 ສົ່ງ​ເສີມຄວາມ​ໝັ້ນຄົງ ​ດ້ານ​ອາຫານ ​ແລະ ການ​ເຂົ້າ​ເຖິງບໍລິການ​ສາທາລະນະ​ສຸກ ໃຫ້​ຫລາຍ​ຂຶ້ນ.

ສຳລັບ ທະນາຄານ​ໂລກ ​ກຳນົດ​ ບັນດາ​ປະ​ເທດ ​ທີ່​ມີ​ລາຍ​ໄດ້​ສູງ ເປັນປະເທດ ທີ່ມີລາຍໄດ້ລວມແຫ່ງຊາດ ຫລື GNI ຕໍ່ຫົວຄົນຈາກ 13.846 ໂດລາສະຫະລັດ, ໃນຂະນະທີ່ GNI ຕໍ່ຫົວຄົນ ຂອງກຳປູເຈຍ ໃນປີ 2022 ຢູ່​ລະດັບ 1.700 ໂດລາສະຫະລັດ ກາຍ​ເປັນຄວາມ​ທ້າ​ທາຍອັນ​ໃໝ່​ໃນ​ການ​ນຳພາ ປະ​ເທດ​ ກ້າວ​ໄປ​ສູ່​ການບັນລຸເປົ້າໝາຍທີ່​ກຳນົດ​ໄວ້​.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version