Home ຂ່າວຕ່າງປະເທດ ເປັນຫຍັງປະເທດຕ່າງໆຈຶ່ງຢາກເຂົ້າເປັນສະມາຊິກຄອບຄົວປະເທດ BRICS ນັບມື້ນັບຫຼາຍຂຶ້ນ?

ເປັນຫຍັງປະເທດຕ່າງໆຈຶ່ງຢາກເຂົ້າເປັນສະມາຊິກຄອບຄົວປະເທດ BRICS ນັບມື້ນັບຫຼາຍຂຶ້ນ?

0

ເມື່ອບໍ່ດົນມານີ້, ປະເທດອາຟຣິກາໃຕ້ໄດ້ເປີດເຜີຍໃຫ້ຮູ້ວ່າ: ປັດຈຸບັນ, ມີ 20 ກວ່າປະເທດໄດ້ສະແດງເຈດຈຳນົງຂອງຕົນໃນການເຂົ້າເປັນສະມາຊິກຂອງກົນໄກການຮ່ວມມືປະເທດ BRICS. ແຕ່ຕາມການຄາດຄະເນຂອງສຳນັກຂ່າວຣອຍເຕີ, ປະເທດທີ່ກຳລັງຄອງຄອຍເຂົ້າເປັນສະມາຊິກຂອງ BRICS ມີຫຼາຍກວ່າ 40 ປະເທດແລ້ວ. ເປັນຫຍັງຫຼາຍປະເທດຈຶ່ງໄດ້ຮ້ອງຂໍ ຫຼື ມີຄວາມສົນໃຈເຂົ້າເປັນສະມາຊິກຂອງຄອບຄົວປະເທດ BRICS? ຄົນທັງຫຼາຍຮູ້ດີແລ້ວວ່າ: ໃນຖານະເປັນການຮ່ວມມືແບບໃໝ່, ການຮ່ວມມືຂອງ BRICS ໄດ້ກາຍເປັນກຳລັງທີ່ສຳຄັນໃນການນຳພາ ການຮ່ວມມືໃຕ້-ໃຕ້ ແລະ ຊຸກຍູ້ການບໍລິຫານທົ່ວໂລກ. ໃນດ້ານການເມືອງ, ປະເທດ BRICS ມີຄວາມເຄົາລົບຕໍ່ອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງກັນແລະກັນ, ຄັດຄ້ານການເມືອງແບບມະຫາອຳນາດ, ຕໍ່ຕ້ານແນວຄິດສົງຄາມເຢັນ ແລະ ການເປັນປໍລະປັກກັນລະຫວ່າງກຸ່ມປະເທດ; ໃນດ້ານເສດຖະກິດ, ສິດລົງຄະແນນສຽງຂອງ 5 ປະເທດ BRICS ໃນທະນາຄານໂລກໃນປີ 2022 ແມ່ນ 14,06%, ອັດຕາສ່ວນໃນອົງການກອງທຶນເງິນຕາສາກົນບັນລຸເຖິງ 14,15%; ໃນດ້ານສາທາລະນະສຸກ, ໄດ້ສ້າງຕັ້ງສູນຄົ້ນຄວ້າ ແລະ ຜະລິດວັກຊິນປະເທດ BRICS ແລະ ຮ່ວມກັນສ້າງ “ເສັ້ນປ້ອງກັນ BRICS” ເພື່ອຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19.

ປັດຈຸບັນ, ປະຊາກອນທັງໝົດຂອງປະເທດ BRICS ມີຫຼາຍກວ່າ 3,2 ຕື້ຄົນແລ້ວ, ກວມເອົາຫຼາຍກວ່າ 40% ຂອງປະຊາກອນທັງໝົດທົ່ວໂລກ, ປະລິມານເສດຖະກິດໄດ້ກວມເອົາເຖິງ 26% ຂອງທົ່ວໂລກ. ໃນປີ 2001 ຫາ ປີ 2022, ອັດຕາສ່ວນຂອງ GDP ປະເທດ BRICS ໃນທົ່ວໂລກໄດ້ເພີ່ມຂຶ້ນຈາກ 8,4% ມາເປັນ 25,8%; ໃນໄລຍະດຽວກັນ, ອັດຕາສ່ວນຂອງກຸ່ມ G7 ໄດ້ຫຼຸດລົງຈາກ 64,6% ມາເປັນ 42,9%. ອີງຕາມຂໍ້ມູນທີ່ເປີດເຜີຍໂດຍອົງການຄົ້ນຄວ້າເສດຖະກິດຂອງອັງກິດໃນເດືອນມີນາປີນີ້ສະແດງໃຫ້ເຫັນວ່າ: ອັດຕາສ່ວນຂອງປະເທດບຣິກສໃນເສດຖະກິດໂລກໄດ້ລື່ນກາຍກຸ່ມ G7 ແລ້ວ.

ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງປະເທດບຣິກສ, ທະນາຄານພັດທະນາໃໝ່ປະເທດບຣິກສ ກໍຄື “ທະນາຄານບຣິກສ” ໄດ້ສ້າງຕັ້ງຂຶ້ນໃນປີ 2015. ມາຮອດປັດຈຸບັນ, ທະນາຄານພັດທະນາໃໝ່ປະເທດບຣິກສໄດ້ອະນຸຍາດໂຄງການກູ້ຢຶມເກືອບ 100 ໂຄງການ ທີ່ມີມູນຄ່າບັນລຸເຖິງ 35 ຕື້ໂດລາ. ປັດຈຸບັນ, ທະນາຄານດັ່ງກ່າວໄດ້ກາຍເປັນທາງເລືອກແທນທະນາຄານໂລກ ແລະ ອົງການກອງທຶນເງິນຕາສາກົນແລ້ວ.

ຈີນໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນບັນດາປະເທດບຣິກສ ໂດຍສະເພາະແມ່ນຮູບແບບການຮ່ວມມື “ບຣິກສ+” ທີ່ສະເໜີໂດຍຈີນ ແມ່ນມີຈຸດປະສົງໃຫ້ປະເທດກຳລັງພັດທະນາຈຶ່ງໄດ້ຮັບຜົນປະໂຫຍດຈຳນວນຫຼາຍກວ່າເກົ່າ. ຮູບແບບການຮ່ວມມືດັ່ງກ່າວໄດ້ຮັບການຕອບຮັບຢ່າງຕັ້ງໜ້າ ແລະ ມີຜົນດີຕໍ່ການຍົກສູງລັກສະນະຕົວແທນ ແລະ ຖານະບົດບາດຂອງປະເທດບຣິກສ.

ນັກວິເຄາະຊີ້ອອກວ່າ: ປະເທດຈຳນວນໜຶ່ງຢາກເຂົ້າເປັນສະມາຊິກຄອບຄົວປະເທດບຣິກສແມ່ນຍ້ອນສາເຫດຂໍກຸນແຈດັ່ງນີ້: ໜຶ່ງ, ປະເທດບຣິກສມີກຳລັງບົ່ມຊ້ອນດ້ານເສດຖະກິດຢ່າງໃຫຍ່ຫຼວງ, ການເຂົ້າເປັນສະມາຊິກປະເທດບຣິກສສາມາດໄດ້ຮັບໂອກາດທີ່ເຂົ້າສູ່ຕະຫຼາດຈະເລີນໃໝ່ ແລະ ໄດ້ຮັບການລົງທຶນທີ່ຫຼາຍກວ່າເກົ່າ; ສອງ, ການເຂົ້າເປັນສະມາຊິກປະເທດບຣິກສມີຜົນດີຕໍ່ການເພີ່ມຄວາມຫຼາກຫຼາຍຂອງຄູ່ການຄ້າ ແລະ ຫຼຸດການອາໄສດ້ານເສດຖະກິດ ແລະ ສາມ, ການເຂົ້າເປັນສະມາຊິກປະເທດບຣິກສ ສາມາດດຳເນີນການຮ່ວມມືກັບປະເທດອື່ນໃຫ້ຫຼາຍກວ່າເກົ່າໃນດ້ານຄວາມໝັ້ນຄົງທົ່ວໂລກ ແລະ ການພັດທະນາແບບຍືນຍົງ.

ປັດຈຸບັນ, ການຮ່ວມມືລະຫວ່າງປະເທດບຣິກສ ໄດ້ເຂົ້າສູ່ໄລຍະໃໝ່ທີ່ມີການພັດທະນາດ້ວຍຄຸນນະພາບສູງ. ບຸກຄົນໃນສາກົນຈຳນວນບໍ່ໜ້ອຍເຫັນວ່າ: ການຮັບເອົາສະມາຊິກໃໝ່ຈະເພີ່ມພະລັງໃໝ່ໃຫ້ກັບການຮ່ວມມືບຣິກສ ແລະ ຈະຍົກສູງລັກສະນະຕົວແທນ ແລະ ຖານະບົດບາດຂອງປະເທດບຣິກສ, ມີຜົນດີຕໍ່ການເພີ່ມອິດທິພົນໃຫ້ກັບບຣິກສໃນການປະກອບຄຳຄິດຄຳເຫັນຕໍ່ວຽກງານສາກົນ, ຮັກສາຄວາມສະເໝີພາບ ແລະ ຄວາມຍຸຕິທຳສາກົນ, ປະຕິບັດຕາມລັດທິຫຼາຍຝ່າຍ ແລະ ສ້າງຄວາມໝັ້ນທ່ຽງຫຼາຍກວ່າເກົ່າໃຫ້ກັບໂລກທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version