Home ຂ່າວການເມືອງ ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2023

ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2023

0

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2023 ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 24 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນການ ປະຈຳເດືອນກັນຍາ 2023.

ກອງປະຊຸມຄັ້ງນີ້ແມ່ນດຳເນີນໃນທ່າມ ກາງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງ ທາງດ້ານຕ່າງໆ, ເກີດມີການປ່ຽນແປງທາງດ້ານການພົວພັນສາກົນ ແບບຫຼາຍຂົ້ວ, ຫຼາຍກຸ່ມການເມືອງ, ການທະຫານ, ເສດຖະກິດ. ນອກນັ້ນ ກໍແມ່ນສົງຄາມການຄ້າ ແລະ ເຕັກໂນໂລຊີ ລະຫວ່າງ ປະເທດມະຫາອຳນາດຈຳນວນໜຶ່ງ. ອີກດ້ານໜຶ່ງ ໃນຂະນະທີ່ເສດຖະກິດໂລກກຳລັງຖົດຖອຍ ກໍຍັງມີປັດໃຈດ້ານຕະຫຼາດການເງິນໂລກ ເກີດການຜັນແປຢ່າງຄາດເດົາໄດ້ຍາກ, ຊຶ່ງທັງໝົດນັ້ນ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການລົງທຶນ, ການຄ້າ ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນຫຼາຍປະເທດສູງຂຶ້ນໃນຮອບຫຼາຍປີ, ລວມທັງ ປະເທດເຮົາ. ສໍາລັບ ສປປ ລາວ ນອກຈາກຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ກໍຍັງພົບບັນຫາໄພທຳມະຊາດ ຝົນຕົກໜັກ ໃນໄລຍະເດືອນກໍລະກົດ ແລະ ເດືອນສິງຫາ ເຮັດໃຫ້ເກີດຜົນເສຍຫາຍຢູ່ຫຼາຍແຂວງ ທີ່ຈະໄດ້ສືບຕໍ່ແກ້ໄຂຟື້ນຟູໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ລວມທັງວາງແຜນຮັບມືໃນຕໍ່ໜ້າໃຫ້ດີ. ຕໍ່ໜ້າສະພາບການດັ່ງກ່າວ, ລັດຖະບານ ໂດຍສະເພາະ ຄະນະສະເພາະກິດ ຮັບຜິດ ຊອບແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະທດ ແມ່ນໄດ້ສຸມໃສ່ປະຕິບັດບັນດາມາດຕະການກະຕຸ້ນເສດຖະກິດ ຊຶ່ງໃນຕໍ່ໜ້າຈະຕ້ອງໄດ້ເພີ່ມຄວາມເຂັ້ມງວດໃນການບັງຄັບໃຊ້ມາດຕະການທີ່ວາງອອກແລ້ວ ໃຫ້ແຂງແຮງກວ່າເກົ່າ ຄຽງຄູ່ກັບການຄົ້ນຄວ້າມາດຕະການໃໝ່ຕື່ມ ເພື່ອແກ້ໄຂໃຫ້ຖືກຈຸດ ແລະ ທັນການກວ່າເກົ່າ. ພ້ອມກັນນີ້ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນກ່ຽວຂອ້ງ ແມ່ນສຸມໃສ່ໃຫ້ການຊ່ວຍເຫຼືອບັນເທົາທຸກຂອງປະຊາຊົນ ແລະ ຟື້ນຟູຜົນກະທົບຈາກໄພພິບັດທຳມະຊາດ ໃຫ້ຄືນສູ່ສະພາບປົກກະຕິເປັນກ້າວໆ.

ສໍາລັບວາລະກອງປະຊຸມ ຈະດໍາເນີນໃນລະຫວ່າງວັນທີ 24-25 ສິງຫາ 2023 ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 08 ຫົວຂໍ້ ທີ່ສໍາຄັນ ແລະ ຈຳເປັນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ກໍ່ຄື ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:

1. ລາຍງານກ່ຽວກັບບົດສະຫຼຸບວຽກງານພົ້ນເດັ່ນ ຂອງລັດຖະບານ, ຊຶ່ງລວມມີ: ສະຫຼຸບວຽກງານພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນການ ປະຈຳເດືອນກັນຍາ 2023 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນປະເທດ; ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຄວາມສະຫງົບ; ລາຍງານສະພາບພົ້ນເດັ່ນວຽກງານການຕ່າງປະເທດ; ແລະ ລາຍງານຄວາມຄືບໜ້າການກະກຽມ ຈັດປີທ່ອງທ່ຽວລາວ ປີ 2024.

2. ລາຍງານສະພາບຜົນເສຍຫາຍຈາກໄພພິບັດທຳມະຊາດ (ຝົນຕົກ), ການແກ້ໄຂຜ່ານມາ ແລະ ສະເໜີມາດຕະການແກ້ໄຂສະເພາະໜ້າ ແລະ ແຜນຮັບມືກັບໄພພິບັດ ແຕ່ນີ້ຮອດທ້າຍປີ 2023.

3. ລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍ ຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງ ປະ ເທດ ເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ແລະ ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນຢູ່ທ້ອງຖິ່ນ ເລກທີ 93/ນຍ, ລົງວັນທີ 14 ກໍລະກົດ 2023, ລວມທັງ ການສະເໜີບັນຊີໂຄງ ການຕົວຈິງ ທີ່ຈະປະຕິບັດຮັບນະໂຍບາຍ ຕາມໂຄງ ການບູລິມະສິດຂອງຂະແໜງການ.

4. ລາຍງານກ່ຽວກັບ ຜົນການປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການລົງທຶນບໍ່ແຮ່ ທີ່ລັດຖະບານ ໄດ້ອະນຸມັດຜ່ານມາ.

5. ລາຍງານຜົນການເຂົ້າຮ່ວມກອງປະຊຸມປະຈຳປີ ຂອງກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ (APG Annual Meeting) ກ່ຽວກັບການປະເມີນຜົນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ.

6. ພິຈາລະນາຮ່າງກົດໝາຍ ວ່າດ້ວຍການປິ່ນປົວ (ສະບັບສ້າງໃໝ່).

7. ພິຈາລະນາຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ).

8. ລາຍງານການກະກຽມຄວາມພ້ອມ ຈັດກອງປະຊຸມລັດຖະບານ ຮ່ວມກັບສະພາການຄ້າ ແລະ ພາກທຸລະກິດ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດ ສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version