Home ຂ່າວພາຍໃນ ພະນັກງານນໍາທ່ຽວທັງພາກລັດ ແລະ ເອກະຊົນໃນທົ່ວປະເທດໄດ້ຮັບການຍົກລະດັບ

ພະນັກງານນໍາທ່ຽວທັງພາກລັດ ແລະ ເອກະຊົນໃນທົ່ວປະເທດໄດ້ຮັບການຍົກລະດັບ

0

ປິດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດຄັ້ງທີ 28 ຈັດຂຶ້ນໃນວັນທີ 23 ສິງຫາ 2023 ທີ່ສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງ ຖວທ ນະຄອນຫຼວງວຽງຈັນ ພາຍຫລັງໄດ້ດໍາເນີນມາຕັ້ງແຕ່ ວັນທີ 6 ມິຖຸນາ ຜ່ານມາ, ເປັນເວລາ 55 ວັນ ໂດຍການເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ, ມີທ່ານ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງ ຖວທ ແລະ ທ່ານ ຄໍາຫລ້າ ຍອຍສາຍຄໍາ ຫົວໜ້າສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ບັນດາສໍາມະນາກອນຈາກຂະແໜງການນໍາທ່ຽວທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີຄໍາເຫັນວ່າ: ຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 28 ຄັ້ງນີ້ ສຸດທີ່ມີຄວາມໝາຍຫລາຍຕໍ່ການພັດທະນາເສດຖະກິດສັງຄົມກໍ່ຄືການພັດທະນາການທ່ອງທ່ຽວ ໂດຍສະເພາະການຍົກລະດັບດ້ານບຸກຄະລາກອນການນໍາທ່ຽວ, ປັດຈຸບັນລັດຖະບານເຮົາໄດ້ຖືເອົາການທ່ອງທ່ຽວເປັນບໍລິມາສິດໜຶ່ງໃນການຊຸກຍູ້ຕໍ່ການຂະຫຍາຍຕົວເສດຖະກິດ ເພື່ອສ້າງລາຍຮັບໃຫ້ປະຊາຊົນລາວ ເຮັດໃຫ້ປະຊາຊົນລາວ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຕະຫລອດໄລຍະການຝຶກອົບຮົມສຳມະນາກອນທຸກຄົນມີຄວາມເຂົ້າໃຈ, ສາມາດສ້າງລາຍການນຳທ່ຽວ, ສາທິດການນຳທ່ຽວ, ໃຫ້ຂໍ້ມູນ ແລະ ສື່ຄວາມໝາຍສິ່ງຕ່າງໆ ໃຫ້ແກ່ນັກທ່ອງທ່ຽວໄດ້ດີພໍສົມຄວນ ພ້ອມທັງຮັບຮູ້ ແລະ ເຂົ້າໃຈກ່ຽວກັບທັກສະການນຳທ່ຽວ, ທັກສະການແກ້ໄຂບັນຫາ, ການອໍານວຍຄວາມສະດວກ ແລະ ການບໍລິການນັກທ່ອງທ່ຽວ ໂດຍສະເພາະຫຼັກຈັນຍາບັນການ ທ່ອງທ່ຽວ ແລະ ຈັນຍາບັນສຳລັບພະນັກງານນຳທ່ຽວ ຊຶ່ງມີຄວາມຈຳເປັນ ແລະ ສຳຄັນຫຼາຍສຳລັບພະນັກງານນຳທ່ຽວ.

ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ເນັ້ນໃຫ້ສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວສືບຕໍ່ຄົ້ນຄວ້າ, ປຶກສາຫາລື ແລະ ເພີ່ມທະວີການຮ່ວມມືກັບບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາຄູ-ອາຈານ ເພື່ອປັບປຸງຫຼັກສູດ, ຮູບແບບ ແລະ ວິທີການສິດສອນໃຫ້ດີຍິ່ງໆຂຶ້ນ ຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບຕາມມາດຕະຖານສະມັດຖະພາບຂອງພະນັກງານນຳທ່ຽວຂອງລາວໃຫ້ທຽບເທົ່າກັບບັນດາປະເທດໃນພາກພື້ນ ແລະ ສາກົນ. ຕອນທ້າຍພິທີຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ສຳເລັດຊຸດຝຶກອົບຮົມຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 89 ຄົນ, ເຜົ່າມົ້ງ 7 ຄົນ, ຂະມຸ 1 ຄົນ, ໃນນີ້ມີ ພາສາອັງກິດ 55 ທ່ານ, ພາສາຈີນ 24 ທ່ານ, ພາສາເກົາຫຼີ 12, ພາສາຫວຽດນາມ 8 ທ່ານ, ແອັດສະປາຍ 4 ທ່ານ, ເຢຍລະມັນ 2 ທ່ານ, ອີຕາລີ 1 ທ່ານ, ພາສາໄທສະເພາະ 8ທ່ານ. ນອກນີ້ຍັງມີພາສາໄທປະສົມກັບພາສາອື່ນໆ ຕື່ມອີກ.

ຂຽນໂດຍ: ບຸນຍັງ ພຸດສະຫວັດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version