Home ແຈ້ງການສໍາຄັນ ພະຍາກອນອາກາດ ວັນທີ 17 ສິງຫາ 2023

ພະຍາກອນອາກາດ ວັນທີ 17 ສິງຫາ 2023

0

ພະຍາກອນອາກາດ ປະຈໍາວັນທີ 17 ສິງຫາ 2023, ເວລາ 12:00 ໂມງ ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມ ທົບກັບລົມຕາເວັນຕົກພັດປົກຄຸມ ຈຶ່ງ

ຈະເຮັດໃຫ້ອາກາດຮ້ອນຂຶ້ນ ແລະ ຈະມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ. ສໍາລັບລະດັບນໍ້າຢູ່ສະຖານີແກ້ງກອກ (ນໍ້າເຊຈໍາພອນ) ເມືອງຈໍາພອນ

ແຂວງສະຫວັນນະເຂດ, ໃນເວລາ 07 ໂມງເຊົ້າຂອງມື້ນີ້ ລະດັບນໍ້າແທກໄດ ້ 8.05 ແມັດ. (ເຂດເຕືອນໄພ 7.50 ແມັດ; ເຂດອັນຕະລາຍ 8.00

ແມັດ) ແລະ ສະຖານີຕົ້ນແຫນ (ເຊບັ້ງໄຟ) ລະດັບນໍ້າແທກໄດ້ 12.36 ແມັດ. (ເຂດເຕືອນໄພ 12.00 ແມັດ; ເຂດອັນຕະລາຍ 13.00 ແມັດ).

ສະຖານີຂົວເຊບັ້ງໄຟ ລະດັບນໍ້າແທກໄດ້ 18.32 ແມັດ. (ເຂດເຕືອນໄພ 17.50 ແມັດ; ເຂດອັນຕະລາຍ 18.50 ແມັດ). ໄດ້ສູງຂຶ້ນກວ່າເຂດເຕືອນໄພ.

ດັ່ງນັ້, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ຕາມລໍາແມ່ນໍ້າເຊຈໍາພອນ ແລະ ເຊບັ້ງໄຟ ຂອງ

ແຂວງຄໍາມ່ວນ ແລະ ສະຫວັນນະເຂດ. ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກ ທີ່ເຮັດໃຫ້ເກີດມີນໍ້າຖ້ວມ ໂດຍສະເພາະໃນໄລຍະວັນທີ 17–18 ສິງຫາ 2023 ນີ້. ພອມຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version