Home ຂ່າວດ່ວນ ຢ່າຫາເຮັດ ປອມເປັນຕຳຫລວດຊຸດດຳຂີ່ລົດຈັກເລາະກວດລົດ

ຢ່າຫາເຮັດ ປອມເປັນຕຳຫລວດຊຸດດຳຂີ່ລົດຈັກເລາະກວດລົດ

0

ໃນເວລາ23:30 ໂມງ ຂອງວັນທີ 17 ສິງຫາ 2023 ໄດ້ມີເຈົ້າໜ້າທີ່ຕຳຫຼວດປ້ອງກັນເຄື່ອນທີ່ໄດ້ອອກເຄື່ອນໄຫວລາດຕະເວນທົ່ວເຂດເທດສະບານນະຄອນໄກສອນ ແຂວງສະຫວັນນະເຂດ ແລ້ວໄດ້ພົບເຫັນຊາຍໄວລຸ້ນຈຳນວນ 2 ຄົນ ໄດ້ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ (ຊຸດດຳ);

ຈາກນັ້ນ, ຈຶ່ງນຳເອົາຕົວພວກກ່ຽວເຂົ້າມາມອບໃຫ້ເຈົ້າໜ້າທີ່ຕຳຫຼວດພະແນກສອບສວນຄະດີອາຍາ, ຜ່ານການສືບສວນ-ສອບສວນພວກກ່ຽວທັງ 2 ຄົນໄດ້ຮັບສາລະພາບວ່າ, ໃນວັນທີ 15 ສິງຫາ 2018 ພວກຕົນໄດ້ແຕ່ງກາຍປອມເປັນຕຳຫຼວດໂດຍນຸ່ງຊຸດເຄື່ອງແບບຊຸດດຳ ແລ້ວໄດ້ພາກັນຂັບຂີ່ລົດຈັກໃສ່ໝວກກັນກະທົບແລະອອກເລາະຕາມເສັ້ນທາງເມື່ອຫາກພົບເຫັນຄົນຊ້ອນລົດຈັກກັນ 3 ຄົນຫຼືວ່າລົດມີການດັດແປງແລ້ວແມ່ນໄດ້ຂີ່ລົດຈັກໄລ່ນຳ.

ເຊິ່ງພວກກ່ຽວໄດ້ເຮັດມາແລ້ວຫຼາຍຄັ້ງ, ໃນຄັ້ງນີ້ແມ່ນພວກກ່ຽວໄດ້ຂີ່ລົດຈັກມາຈອດຢູ່ຈຸດ 3ແຍກຕໍ່ໜ້າກັບທະນາຄານກາງຫຼັກ 4ແລ້ວມີເຈົ້າໜ້າທີ່ຕຳຫຼວດເຂົ້າມາຄຸມຕົວມາສອບສວນຕາມຂັ້ນຕອນຂອງກົດໝາຍ ເຊິ່ງເຫດການດັ່ງກ່າວແມ່ນມັນໄດ້ແຕະຕ້ອງເຖິງຄວາມບໍ່ເປັນລະບຽບຮ້ອຍຢູ່ໃນສັງຄົມສ້າງຄວາມເຊື່ອມເສຍພາບພົດຂອງພະນັກງານພັກ-ລັດທີ່ພວກເຂົາປະຕິບັດວຽກງານຕົວຈິງຢູ່ໃນສັງຄົມ.

ຂ່າວ: ບຸນຖິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version