Home ຂ່າວດ່ວນ ພວງມະໄລລັອກ ພາໃຫ້ລົດປິ້ນ ເຈັບ 20 ຄົນ

ພວງມະໄລລັອກ ພາໃຫ້ລົດປິ້ນ ເຈັບ 20 ຄົນ

0

ເວລາ 4:30 ໂມງ ຂອງວັນທີ 18 ສິງຫາ 2023, ໄດ້ມີອຸບປະຕິເຫດລົດໂດຍສານ ໝາຍເລກທະບຽນ ບກ 5999 ກຳແພງນະຄອນ ເສຍຫຼັກ ຕຳເອົາຫຼັກມ້າລາຍແລ້ວປີ້ນລົງຂ້າງທາງ ເຂດເສັ້ນທາງເລກທີ 13 ໃຕ້, ຂື້ນກັບບ້ານຫ້ວຍຕາດ ເມືອງເຊບັ້ງໄຟ ແຂວງຄຳມ່ວນ.

ລົດຄັນດັ່ງກ່າວຂັບຂີ່ ໂດຍທ້າວ ພູວົງ ສຸລິວົງ, ອາຍຸ 27 ປີ,ຢູ່ບ້ານຈຳປາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເຊີ່ງໃນຂະບວນ ມີຜູ້ໂດຍສານມານຳລົດ ຈຳນວນ 50 ຄົນ, ໂຊກດີທີ່ອຸບັດຕິເຫດໃນຄັ້ງນີ້ ບໍ່ມີຜູ້ເສຍຊີວິດ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ເຮັດໃຫ້ຮູ້ວ່າ: ລົດໂດຍສານ ຄັນດັ່ງກ່າວ ໄດ້ເດີນທາງມາແຕ່ຄິວລົດສາຍໃຕ້ ນະຄອນຫຼວງວຽງຈັນ ມີຈຸດປະສົງມຸ້ງໜ້າໄປ ແຂວງຈຳປາສັກ ແຕ່ພໍຂັບຂີ່ມາຮອດຈຸດເກີດເຫດ ປະກົດວ່າ ພວງມາໄລລ໋ອກ ບໍ່ສາມາດຄວບຄຸມລົດໄດ້ເຮັດໃຫ້ ລົດໄປຕຳເອົາຫຼັກມ້າລາຍ ແຄມທາງ ແລະ ເສຍຫຼັກຕົກລົງລົງຂ້າງທາງ.

ດ້ານຜົນເສຍຫາຍທີ່ເກີດຂື້ນ ພາຫະນະເປ່ເພ່ສົມຄວນ 1 ຄັນ, ມີຄົນໄດ້ຮັບບາດເຈັບລວມທັງໝົດ 20 ຄົນ, ຍິງ 16 ຄົນ, ໃນນັ້ນ ບາດເຈັບເລັກນ້ອຍ 8 ຄົນ ແລະ ບາດຮັບສົມຄວນ 12 ຄົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version