Home ຂ່າວພາຍໃນ ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫລືອສັງຄົມ

ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫລືອສັງຄົມ

0

ວັນທີ 18 ສິງຫາ 2023 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ອົງການກາແດງແຫ່ງຊາດລາວ, ສະຖາບັນເລືອດແຫ່ງຊາດ ຮ່ວມກັບກະຊວງຖະແຫງລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທະນາຄານແຫ່ງ ສປປ ລາວ ຈັດກິດຈະກຳ ຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອຄົນເຈັບ ທີ່ກຳລັງຂາດເລືອດຢູ່ຕາມໂຮງໝໍຕ່າງໆ.

ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການ ກະຊວງຖະແຫງລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ການຈັດກິດຈຳກຳຄັ້ງນີ້, ເປັນການສ້າງຂະບວນການສະເຫລີມສະຫລອງວັນພິມຈຳໜ່າຍ ແລະ ວັນສ້າງຕັ້ງສື່ມວນລາວ ຄົບຮອບ 73 ປີ ແລະ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 55 ປີ. ເນື່ອງຈາກວ່າ ປັດຈຸບັນ, ຄົນເຈັບທີ່ມີຄວາມຕ້ອງການເລືອດຢູ່ຕາມໂຮງໝໍ ແມ່ນມີຫລາຍສົມຄວນ ເປັນຕົ້ນ ແມ່ຍິງທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ຈາກພະຍາດໄຂ້ມາຣາເລຍ ,ໄຂ້ເລືອດອອກ, ຜູ້ໄດ້ຮັບຜົນກະທົບຈາກອຸບັດເຫດພາວະສຸກເສີນ, ລວມເຖິງການຜ່າຕັດຊະນິດຕ່າງໆ; ການບໍລິຈາກເລືອດໃນຄັ້ງນີ້ ຈະສາມາດຊ່ວຍເຫລືອ ແລະ ກອບກູ້ຊີວິດຂອງຄົນເຈັບທີ່ຕ້ອງການເລືອດໄດ້.

ການບໍລິຈາກເລືອດ ມີຜົນດີຊ່ວຍເຮັດໃຫ້ຮ່າງກາຍແຂງແຮງ ຜູ້ທີ່ເຄີຍບໍລິຈາກເລືອດຈະມີສຸຂະພາບໂດຍລວມດີກວ່າຜູ້ທີ່ບໍ່ເຄີຍບໍລິຈາກ, ຈຳນວນເລືອດທີ່ເສຍໄປແມ່ນບໍ່ສົ່ງຜົນກະທົບຕໍ່ສຸຂະພາບ, ພ້ອມທັງເຮັດໃຫ້ລະບົບການໝູນວຽນຂອງເລືອດໃນຮ່າງກາຍດີຂຶ້ນ ຜົນການສຶກສາພົບວ່າຜູ້ທີ່ບໍລິຈາກເລືອດມີທ່າອ່ຽງຈະມີອາຍຸຍືນ ຫລື ມີໂອກາດເສຍຊີວິດຈາກພະຍາດຕ່າງໆໜ້ອຍກວ່າຜູ້ທີ່ບໍ່ເຄີຍບໍລິຈາກເລືອດ. ນອກນີ້, ຍັງຫລຸດຄວາມສ່ຽງຈາກການເປັນພະຍາດມະເຮັງຕ່າງໆອີກດ້ວຍ, ສາມາດເວົ້າໄດ້ວ່າ ການບໍລິຈາກເລືອດແມ່ນບໍ່ມີຜົນກະທົບຫຍັງຕໍ່ຮ່າງກາຍຂອງຜູ້ບໍລິຈາກ ແລະ ຍັງມີຂໍ້ດີຫລາຍຢ່າງ, ທັງເປັນການຕໍ່ລົມຫາຍໃຈ ໃຫ້ກັບເພື່ອນມະນຸດດ້ວຍກັນ.

ທ້າວ ອາມິດ ສຸພານິດ ພະນັກງານ ຈາກກະຊວງ ຖວທ ໄດ້ບໍລິຈາກເລືອດເປັນຄັ້ງທີ່ 30 ແລ້ວ ທ່ານໃຫ້ເຫດຜົນທີ່ບໍລິຈາກເລືອດຫລາຍຄັ້ງວ່າ: ຕົ້ນຕໍແມ່ນເພື່ອຢາກຊ່ວຍເຫຼືອສັງຄົມ,ສໍາຄັນແມ່ນໄດ້ຮູ້ກ່ຽວກັບໝວດເລືອດ ແລະ ຮູ້ກ່ຽວກັບພະຍາດທີ່ກ່ຽວກັບເລືອດ ອີກຢ່າງໜຶ່ງ ການບໍລິຈາກເລືອດແມ່ນບໍ່ມີຜົນຂ້າງຄຽງ, ບໍ່ເປັນຜົນຮ້າຍຫຍັງຕໍ່ສຸຂະພາບ ມີແຕ່ຜົນດີກໍຄືເຮົາໄດ້ຊ່ວຍເຫຼືອສັງຄົມຊ່ວຍເຫຼືອຜູ້ທີ່ເປັນພະຍາດຂາດເລືອດ ຫຼື ຜູ້ທີ່ເກີດອຸປະຕິເຫດຕ່າງໆສະນັ້ນຈຶ່ງຂໍເຊີນຊວນໃຫ້ຫຼາຍໆຄົນມາບໍລິຈາກເລືອດ ເພື່ຊ່ວຍຊີວິດຜູ້ມີຄວາມຕ້ອງການເລືອດ.

ຕາມທີ່ໄດ້ເຫັນຂ່າວແມ່ນທາງໂຮງໝໍແຕ່ລະແຫ່ງຂອງບ້ານເຮົາແມ່ນຍັງຂາດເລືອດຈໍານວນຫຼາຍເຮົາກໍເລີຍຕັດສິນໃຈມາບໍລິຈາກເລືອດໃນຄັ້ງນີ້ເພື່ອຊ່ວຍເຫຼືອສັງຄົມ. ສໍາລັບຜູ້ທີ່ຍັງບໍ່ເຄີຍມາບໍລິຈາກເລືອດເລີຍອາດຍັງຢ້ານຢູ່ ແຕ່ເຮົາຢາກບອກວ່າການບໍລິຈາກເລືອດກໍບໍ່ໄດ້ເປັນຕາຢ້ານຕາມທີ່ຄິດ ເພາະເວລາເຮົາມາບໍລິຈາກເລືອດ ທ່ານໝໍຈະກວດສະພາບຮ່າງກາຍເຮົາກ່ອນ ຖ້າຜ່ານຕາມເງື່ອນໄຂ ກໍສາມາດບໍລິຈາກໄດ້ ສະນັ້ນຈື່ງເຊີນຊວນທຸກຄົນມາບໍລິຈາກເລືອດຊ່ວຍກັນ ເພື່ອຊ່ວຍຄົນເຈັບທີ່ນອນຢູ່ໂຮງໝໍຕ່າງໆ. ທ່ານອາມິດ ສຸພານິດ ໃຫ້ຮູ້ອີກວ່າ: ການບໍລິຈາກເລືອດ ບໍ່ໄດ້ເປັນຕາຢ້ານຄືກັບຫລາຍຄົນຄິດ ເພາະເຮົາ ບໍລິຈາກເລືອດແລ້ວກໍໃຊ້ຊີວິດຕາມປົກກະຕິ, ກິນປົກກະຕິ, ປົກກະຕິທຸກຢ່າງ .

ນາງ ຈໍາປີ ພະນັກງານທະນາຄານລາວຈີນ ໄດ້ບໍລິຈາກເລືອດຄັ້ງທໍາອິດກ່າວວ່າ: ຕາມທີ່ເຮົາຮູ້ ໄລຍະນີ້ໄລຍະລະດູຝົນ ຄົນເປັນພະຍາດໄຂ້ຍຸງຫລາຍ ໂຮງໝໍຕ່າງໆ ແມ່ນຂາດເລືອດຈໍານວນຫຼາຍຍັງບໍ່ພຽງພໍກໍເລີຍຕັດສິນບໍລິຈາກເລືອດໃນຄັ້ງນີ້ເພື່ອແບ່ງເບົາຄົນເຈັບທີ່ຂາດເລືອດໄດ້ສ່ວນໃດສ່ວນໜຶ່ງ, ນາງຈໍປີກ່າວວ່າ: ທໍາອິດກໍຄິດຢ້ານຢູ່ ເພາະຢ້ານເຂັມແທງ ຄວາມຈິງແລ້ວຕອນເຮົາປ່ວຍແລ້ວໄປໂຮງໝໍກໍຍັງໄດ້ໃຊ້ເຂັມ ທາງດຽວທີ່ສາມາດຊ່ວຍເລືອດຄົນເຈັບໄດ້ ຄືບໍລິຈາກເລືອດ ສະນັ້ນຈຶ່ງເຊີນຊວນໝູ່ເພື່ອນມາບໍລິຈາກເລືອດຊ່ວຍກັນ ເພາະວ່າບ້ານເຮົາຕາມທີ່ເຮົາຮູ້ມັນຂາດເລືອດຫຼາຍ ຜູ້ທີ່ຍັງບໍ່ໄດ້ບໍລິຈາກ ຫຼື ຢູ່ໃນເງື່ອນໄຂທີ່ສາມາດບໍລິຈາກໄດ້ແມ່ນເຊີນຊວນໃຫ້ມາບໍລິຈາກນໍາກັນ ເພື່ອຊ່ວຍຄົນເຈັບທີ່ນອນຢູ່ໂຮງໝໍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version