Home ຂ່າວພາຍໃນ ລາວເປັນເຈົ້າພາບຈັດແຂ່ງຂັນ ASIA CROSS COUNTRY RALLY

ລາວເປັນເຈົ້າພາບຈັດແຂ່ງຂັນ ASIA CROSS COUNTRY RALLY

0

ຂະບວນລົດ ເເຂ່ງຂັນລົດ ຮ່ວມລາຍການ ASIA CROSS COUNTRY RALLY ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂື້ນຄັງທໍາອິດ ໄດ້ເດີນທາງມາຮອດດ່ານສາກົນວັງເຕົ່າ-ຊ່ອງເມັກ ເເຂວງຈຳປາສັກຂອງລາວ ເເລະ ເເຂວງອຸບົນຣາຊະນານີ ຂອງໄທ ໃນຕອນເຊົ້າ ມື້ນີ້ (17) ໂດຍມີຂະ ບວນລົດ ເຂົ້່າຮ່ວມເເຂ່ງຂັນຫລາຍກວ່າ100ຄັນ ,ຜູ້ເຂົ້າຮ່ວມເເຂ່ງຂັນຫລາຍກວ່າ 200ຄົນ, ທີ່ມາຈາກຫລາຍກວ່າ 10 ປະເທດ ໂດຍການໃຫ້ຕ້ອນຮັບ ຂອງ ທ່ານຄົມ ດວງ ຈັນທາ ຫົວຫນ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖະ ເເຫລງຂ່າວວັດທະນະທໍາເເລະທ່ອງທ່ຽວ ໃນນາມຕາງຫນ້າຄະນະນໍາກະຊວງຖະເເຫລງຂ່າວວັດທະນະທໍາເເລະທ່ອງທ່ຽວ,ມີຕາງຫນ້າຄະນະນໍາຂອງເເຂວງຈໍາປາສັກ, ຄະນະນໍາດ່ານສາກົນວັງເຕົ່າ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົາຮ່ວມ.

ພັນເອກ ສຸກັນ ໄຕໄຊຍະວົງ ຫົວຫນ້າດ່ານສາກົນວັງເຕົ່າ ເມືອງໂພນທອງ ເເຂວງຈໍາປາສັກໃຫ້ຮູ້ກ່ຽວກັບການຕ້ອນຮັບຂະບວນລົດໃນຄັ້ງນີ້ວ່າ:ພາຍຫລັງໄດ້ຮັບການຕົກລົງເຫັນດີຈາກຄະນະນໍາຂອງເເຂວງ ໃນການຈັດງານເເຂ່ງຂັນລົດລາຍການ ASIA CROSS COUNTRY RALLY ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂື້ນຄັງທໍາອິດ ໂດຍຈັດຂື້ນໃນສອງເເຂວງຄືເເຂວງຈໍາປາສັກເເລະເເຂວງອັດຕະປື,ສະເພາະການຜ່ານດ່ານສາກົນວັງເຕົາ ໄດ້ຈັດວາງກໍາລັງເຈົ້າຫນ້າທີ່ກ່ຽວຂ້ອງປະຈໍາຢູ່ຈຸດຕ່າງໆເພື່ອອໍານວຍຄວາມສະດວກໃນການຕ້ອນຮັບ ໂດຍສະເພາະການເເຈ້ງເອກະ ສານເຂົ້າ-ອອກດ່ານ,ການຮັກຄວາມປອດໄພ,ຄວາມເປັນລະບຽບຮຽບຮ້ອຍ ເເລະ ອື່ນໆ.

ການເເຂ່ງຂັນລົດ ຮ່ວມລາຍການ ASIA CROSS COUNTRY RALLY ໃນຄັ້ງນີ້ເເມ່ນໃຊ້ເວລາ ການເເຂ່ງຂັນຈະໃຊ້ເວລາ 3 ວັນ ລະຫວ່າງວັນທີ 17ຫາ19 ສິງຫາ 2023, ແບ່ງອອກເປັນ 3 ເສັ້ນທາງການແຂ່ງຂັນ,ໃນມື້ທໍາອິດເຊີ່ງເເມ່ນມື້ນີ້ ເເຂ່ງຂັນໃນ ເສັ້ນທາງທີ 1 ຫຼື SS4: ທີ່ສາມແຍກບ້ານວັງເຕົ່າ, ເມືອງໂພນທອງ, ແຂວງຈໍາປາສັກ; ໃນໄລຍະທາງ 150 Km ເຊິ່ງໃຊ້ເວລາເຂົ້າໃນການແຂ່ງຂັນປະມານ 5 ຊົ່ວໂມງ ແລະ ໄດ້ສີ້ນສຸດການແຂ່ງຂັນຢູ່ທີ່ຈຸດເຂົ້າເສັ້ນໄຊຂອງເສັ້ນທາງນີ້ ທີ່ປາກທາງເຂົ້າບ້ານກ້ວຍ, ເມືອງໂພນທອງ, ແຂວງຈໍາປາສັກ.,ມື້ທີສອງ ເສັ້ນທາງທີ 2 ຫຼື SS5: ເຊິ່ງເລີ່ມຕົ້ນຈາກສາມແຍກບ້ານຫຼັກ 48, ເມືອງປະທຸມພອນ, ແຂວງຈໍາປາສັກ ຜ່ານເຂົ້າເຂດເມືອງສະ ໜາມໄຊ, ແຂວງອັດຈະປື ແລະ ກັບເຂົ້າມາຄືນທີ່ເມືອງປາກຊ່ອງ, ແຂວງຈຳປາສັກ ດ້ວຍໄລຍະທາງ 168 Km ເຊິ່ງໃຊ້ເວລາປະມານ 5 ຊົ່ວໂມງ ແລະ ໄດ້ສີ້ນສຸດການແຂ່ງຂັນຢູ່ຈຸດເຂົ້າເສັ້ນໄຊ ທີ່ບ້ານກົງຕຸ່ນ, ເມືອງປາກຊ່ອງ, ແຂວງຈຳປາ ສັກ,ມື້ທີ3ເສັ້ນທາງທີ 3 ຫຼື SS6: ເລີ່ມຕົ້ນຈາກຈຸດປ່ອຍລົດ ບ້ານທາງແບ່ງ, ເມືອງຈຳປາສັກ, ແຂວງຈຳປາສັກ ແລະ ໄປສິ້ນສຸດຢູ່ຈຸດເຂົ້າເສັ້ນໄຊ ທີ່ບ້ານຝັ່ງແດງ, ເມືອງໂພນທອງ ໃນນີ້ມີລັດປະເພດລົດໃຫຍ່ວີບາກ ເເລະ ລົດຈັກວີບາກ.

ງານແຂ່ງຂັນລົດຮ່ວມລາຍການ ASIA CROSS COUNTRY RALLY ເປັນກິດ ຈະກຳໜື່ງທີ່ມີຄວາມສໍາຄັນ ເພື່ອໂຄສະນາ-ສົ່ງເສີມການທ່ອງທ່ຽວລາວ ເວົ້າລວມ ເເລະ ເວົ້າສະເພາະຄວາມພ້ອມຮອບດ້ານຂອງການເປັນເຈົ້າພາບສະຖານທີ່ຈັດການເເຂ່ງຂັນ ຢູ່ເເຂວງຈຳປາສັກ ເເລະ ເເຂວງອັດຕະປື. ເຊິ່ງເປັນປະກອບສ່ວນສຳຄັນໃຫ້ເເກ່ການສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ເເກ່ຫົວໜ່ວຍທຸລະ ກິດທີ່ປີ່ນອ້ອມ ເເລະ ປະຊາຊົນທ້ອງຖີ່ນ. ກິດຈະກຳນີ້ຍັງເປັນການໂຄສະນາຢ່າງກວ້າງ ຂວາງບັ້ນໂຄສະນາປີທ່ອງ ທ່ຽວລາວ 2024 ອີກດ້ວຍ.ໂດຍການຮ່ວມມືກົມໂຄສະນາການທ່ອງ ທ່ຽວ ກະຊວງ ຖະເເຫລງຂ່າວ ວັດທະນະທໍາ ເເລະທ່ອງທ່ຽວ, ອົງການເເຂວງຈຳປາ ສັກ,ອົງການປົກຄອງເເຂວງອັດຕະປື ພະເເນກ , ພາກສ່ວນກ່ຽວຂ້ອງຂອງສອງເເຂວງ ເເລະ ບໍລິສັດຄຣີນເເອັດເເວນເຈີ ຈຳກັດຜູ້ດຽວ.

ຂ່າວ: ເດດອາລຸນ ແກ້ວວິໄລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version