Home ຂ່າວການເມືອງ ຮອງປະທານປະເທດເຂົ້າຮ່ວມງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7

ຮອງປະທານປະເທດເຂົ້າຮ່ວມງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7

0

ໃນວັນທີ 14 ສິງຫາ 2023 ນີ້, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເດີນທາງໄປເຂົ້າຮ່ວມງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 7 ແລະ ງານວາງສະ ແດງການນໍາເຂົ້າ-ສົ່ງອອກ ສິນຄ້າຈີນ ຄັ້ງທີ 27 ທີ່ນະຄອນຄຸນມິງ ແຂວງຢຸນນານ ສປ ຈີນ ທີ່ຈັດຂຶ້ນໃນລະຫວ່າງວັນທີ 14-17 ສິງຫາ 2023.

ງານວາງສະແດງດັ່ງກ່າວ, ເປັນເວທີໃນການເຄື່ອນໄຫວຮ່ວມມື ວຽກງານການທູດຫລາຍຝ່າຍ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການແລກ ປ່ຽນໄປມາຫາສູ່ກັນ ລະຫວ່າງ ປະຊາຊົນຂອງ ສປ ຈີນ, ອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອື່ນໆ.

ນອກຈາກງານວາງສະແດງແລ້ວ ຍັງຈະມີກິດຈະກຳສຳຄັນຕ່າງໆປິ່ນອ້ອມຫລາຍກວ່າ 10 ກິດຈະກໍາ ເປັນຕົ້ນ ເວທີປຶກສາຫາລືການຮ່ວມມື ຈີນ-ອາຊີໃຕ້ ຄັ້ງທີ 4, ເວທີປຶກສາຫາລືເຈົ້າແຂວງແລວເສດຖະ ກິດປະເທດອະນຸພາກພື້ນແມ່ນໍ້າຂອງ ປີ 2023, ເວທີປຶກສາຫາລືພາກທຸລະກິດ ຈີນ-ອາຊີໃຕ້ ຄັ້ງທີ 16, ເວທີປຶກສາຫາລືດ້ານການຖ່າຍໂອນເຕັກໂນໂລຊີ ແລະການຮ່ວມມືດ້ານນະວັດຕະກຳ ຈີນ-ອາຊີໃຕ້ ຄັ້ງທີ 4, ສັບປະດາສິລະປະຈີນ-ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະອື່ນໆ.

ການເຂົ້າຮ່ວມງານວາງສະແດງໃນຄັ້ງນີ້, ສປ ຈີນ ໄດ້ໃຫ້ຄວາມສຳຄັນແກ່ ສປປ ລາວ ໃນຖານະປະເທດເພື່ອນມິດ ແລະຖືເປັນໂອກາດອັນດີ ໃຫ້ແກ່ການສົ່ງເສີມສາຍພົວພັນມິດຕະພາບ ແລະການຮ່ວມ ມືລະຫວ່າງ ສປປ ລາວ ແລະແຂວງຢຸນນານ ກໍຄື ສປ ຈີນ ໃນຂົງເຂດເສດຖະ ກິດ-ການຄ້າ, ການລົງທຶນ ແລະອື່ນໆ ໃຫ້ເລິກເຊິ່ງຍິ່ງໆຂຶ້ນ. ຜ່ານມາ ສປປ ລາວ ແລະ ແຂວງຢຸນນານ ກໍມີມູນເຊື້ອການພົວພັນຮ່ວມມືທີ່ດີ ທາງແຂວງໄດ້ຊ່ວຍຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດຂອງແຂວງມາລົງທຶນ ຢູ່ ສປປ ລາວ ຫລາຍດ້ານ ເປັນຕົ້ນ ການລົງທຶນກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເຂດເສດຖະກິດກວມລວມໄຊເສດຖາ, ການລົງທຶນດ້ານກະ ສິກຳຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດ ບໍ່ເຕັນ-ບໍ່ຫານ ແລະ ອື່ນໆ.

ນອກຈາກນັ້ນ, ແຂວງຢຸນນານຍັງໄດ້ເອົາໃຈໃສ່ຊ່ວຍເຫລືອການສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ ໂດຍສະໜອງທຶນການສຶກສາໃຫ້ແກ່ນັກສຶກສາລາວ ໄດ້ມີໂອກາດໄປສຶກສາຢູ່ແຂວງຢຸນນານ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ຂ່າວ: ຂປລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version