ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ແລະ ວັນລັດຖະທຳມະນູນ ຄົບຮອບ 34 ປີ ຈັດຂຶ້ນໃນວັນທີ 13 ສິງຫາ 2025 ທີ່ສະໂມສອນໃຫຍ່ຂອງແຂວງອຸດົມໄຊ ໂດຍມີ ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆອຸດົມໄຊ, ມີພະເຖລາ-ນຸເຖລະ, ອະດິດການນຳ ນັກປະຕິວັດອາວຸໂສ ຜູ້ຊົງຄຸນວຸດທິ, ການນຳຂອງພະແນກການຕ່າງໆ, ພະນັກງານ-ລັດຖະກອນອ້ອມຂ້າງແຂວງ ແລະ ເມືອງໄຊ ເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຊົມ ວິດີໂອ ສາລະຄະດີການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດແຂວງອຸດົມໄຊ, ຊົມການສະແດງສິລະປະ-ວັນນະຄະດີ ຈໍານວນ 3 ລາຍການ ແລະ ພິທີສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຜ່ານການຖ່າຍທອດສົດ ຈາກສູນກາງແນວລາວສ້າງຊາດ ທີ່ນະຄອນຫລວງວຽງຈັນ ໂດຍໄດ້ຮັບຟັງການກ່າວປາໄສຂອງທ່ານ ສິນລາວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເຊິ່ງໄດ້ຍົກໃຫ້ເຫັນປະຫວັດການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ, ບົດຮຽນທີ່ຖອດຖອນໄດ້ ພ້ອມຍົກໃຫ້ເຫັນໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງ ຂອງຄະນະກໍາມະການແນວລາວສ້າງຊາດໃນສະເພາະໜ້າ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ຂຶ້ນກ່າວສູນທອນພົດຕໍ່ພິທີ ເຊິ່ງໄດ້ສະແດງຄວາມຍ້ອງຍໍສັນລະເສີນ ຕໍ່ຜົນງານອັນໃຫຍ່ຫລວງທີ່ແນວລາວສ້າງຊາດຍາດມາໄດ້, ເຖິງຢ່າງໃດກໍຕາມ ອົງການແນວລາວສ້າງຊາດ ຕ້ອງສືບຕໍ່ຍົກສູງຄັນທຸງ ເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໝາ ຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫລະ, ແນວລາວຮັກຊາດ ໂດຍສະເພາະ ມູນເຊື້ອໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫລັກແຫລ່ງ ໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອປຸກລະດົມກຳລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເຊີດຊູສະຕິຊາດ ເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບ ຂອງຄົນລາວຕໍ່ຊາຕາກໍາ ຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆ ມາມ້າງເພ ແລະ ທຳລາຍໄດ້.
ທ່ານ ວັນນາ ແກ້ວສັນຕິ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງອຸດົມໄຊ ໄດ້ຫວນຄືນມູນເຊື້ອອັນພິລະອາດຫານ, ຄວາມເສຍສະລະ ຂອງກຳມະການແນວລາວສ້າງຊາດ, ຄະນະໂຄສະນາອົບຮົມ (ນັກຂ່າວ, ສື່ມວນຊົນ) ແຕ່ລະຂັ້ນ ແລະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ໃນແຕ່ລະໄລຍະ ເພື່ອພາລະກິດປົດປ່ອຍປະເທດຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ, ສື່ມວນຊົນ ແລະ ການພິມຈຳໜ່າຍ ຕະຫລອດໄລຍະ 75 ປີ ແລະ ຄວາມເປັນມາຂອງລັດຖະທຳມະນູນແຫ່ງ ສປປ ລາວ ຕະຫລອດ 34 ປີຜ່ານມາ.
ໃນພິທີ ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ມີຄໍາເຫັນໂອ້ລົມ ຕໍ່ພິທີໂຮມຊຸມນຸໃຫຍ່ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 75 ປີ, ວັນລັດຖະທຳມະນູນ ຄົບຮອບ 34 ປີ ເຊິ່ງໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ກໍຄືຜົນງານຂອງຄະນະພັກ-ຄະນະນໍາ ແລະ ພະນັກງານ-ລັດຖະກອນ ທັງໝົດໃນອົງການແນວລາວສ້າງຊາດ, ຂະແໜງຖະແຫລງຂ່າວ ສື່ມວນຊົນ ແລະ ສະພາແຫ່ງຊາດ, ສະພາປະຊາຊົນແຂວງຍາດມາໄດ້ຕະຫລອດໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໃຫ້ແຕ່ລະພາກສ່ວນສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ພ້ອມກັນບຸກບືນສູ້ຊົນ ແລະ ສາມັກຄີປຸ້ມລຸມກັນ ຈັດຕັ້ງປະຕິບັດໜ້າທີ່ການເມືອງ, ພາລະບົດບາດ ແລະ ຄວາມຮັບຜິດຊອບ ທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດ, ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານ-ລັດຖະກອນທັງໝົດ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ, ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໄປສູ່ປະຊາຊົນຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ເຂົ້າຮ່ວມໃນການປະຕິບັດ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ ໃຫ້ເຂົ້າສູ່ລວງເລິກ ແລະ ເລິກເຊິ່ງ, ສືບຕໍ່ປະຕິບັດ 02 ວາລະແຫ່ງຊາດໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ສຸ່ມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າແພງ ແລະ ບັນຫາອື່ນໆ ແລະ ພ້ອມກັນສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ເປັນຂະບວນການຟົດຟື້ນ.
ຂ່າວ: ຄຳພູສະຫວັນ ເພັນສະຫວັດ