Home ຂ່າວພາຍໃນ ເປີດໂຄງການຮັກສານຳ້ ຮັກສາຊີວິດ ທີ່ເມືອງຊຳເໜືອ

ເປີດໂຄງການຮັກສານຳ້ ຮັກສາຊີວິດ ທີ່ເມືອງຊຳເໜືອ

0

ວັນທີ 15 ສິງຫາ 2023 ນີ້, ໂຮງຮຽນ ບ້ານ ຊ່ວຍເຫຼືອເດັກນ້ອຍ SOS ເມືອງຊຳເໜືອ ແຂວງຫົວພັນ, ໄດ້ຈັດພິທີເປີດການເຄື່ອນໄຫວຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຮັກສານໍ້າ,ຮັກສາຊີວິດ ຂື້ນຢ່າງເປັນທາງການ ຢູ່ທີ່ຫໍວັດທະນະທຳ ແຂວງຫົວພັນ ໂດຍມີ ທ່ານ ພັນຕາ ທອນວົງສາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ນາງ ຄຳພອນ ສົມບູນ ຮອງເຈົ້າເມືອງຊຳເໜືອ ມີອຳນວຍການບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ, ຜູ້ຕ່າງໜ້າພະແນກການຂັ້ນແຂວງ, ຫ້ອງການເມືອງຊຳເໜືອ, ອຳນວຍການໂຮງຮຽນ SOS ຄູອາຈານ ແລະ ນ້ອງຫຼານນັກຮຽນ, ອຳນາດການປົກຄອງບ້ານ, ຊາວໝຸ່ມກຸ່ມອາສາສະໝັກ, ຊາວໜຸ່ມບ້ານ ອ້ອມຂ້າງເທດສະບານເມືອງຊຳເໜືອ ເຂົ້າຮ່ວມ.

ຈຸດປະສົງໂຄງຂອງການ ແມ່ນແນ່ໃສ່ພັດທະນາ ແລະ ຮັກສາສະພາບແວດລ້ອມເພື່ອເປັນການຫຼຸດຜ່ອນການຖີ້ມຂີ້ເຫຍື້ອຊະຊາຍຕາມແຄມທາງ, ບໍ່ໃຫ້ຖີ້ມຂີ້ເຫຍື້ອລົງແມ່ນໍ້າຊຳ, ເປັນການຫຼຸດຜ່ອນມົນລະພິດທາງນໍ້າ, ເຮັດໃຫ້ຊຸມຊົນມີການປ່ຽນແປງພຶດຕິກຳການຖີ້ມຂີ້ເຫຍື້ອແບບຊະຊາຍ, ຮູ້ຈັກຮັກສາສິງແວດລ້ອມ ໂດຍສະເພາະແມ່ນແມ່ນໍ້າຕ່າງໆ ທີ່ໄຫຼລົງສູ່ນໍ້າຊຳ ໃຫ້ມີຄວາມສະອາດ ແລະ ປາສະຈາກມົນລະພິດ, ເປັນການສົງເສີມໃຫ້ຊາວໜຸ່ມໄດ້ມີສ່ວນຮ່ວມ ແລະ ໄດ້ຮັບການພັດທະນາຂື້ນເລື່ອຍໆ.

ໂອກາດນີ້ ຄະນະໂຄງການ ຮັກສານໍ້າ ຮັກສາຊີວິດ ຍັງໄດ້ມອບກະຕາຂີ້ເຫຍື້ອ ແລະ ຍູກວາດ ຈຳນວນ 20 ກວ່າອັນ, ໃຫ້ແກ່ໂຮງຮຽນ ບ້ານເດັກນ້ອຍ SOS ເມືອງ ຊຳເໜືອ ແຂວງຫົວພັນ ເພື່ອນຳໃຊ້ເຂົ້າໃນການເກັບຂີ້ເຫຍື້ອໃຫ້ມີຄວາມສະດວກດີຂື້ນ ແລະ ໄດ້ນຳພານ້ອງຫຼານນັກຮຽນ ແລະ ຊາວໝຸ່ມທີ່ຢູ່ໃນກຸ່ມອາສາສະມັກ ຈຳນວນ 30 ຄົນ, ຊາວໜຸ່ມ ບ້ານ ອ້ອມຂ້າງເທດສະບານຕົວເມືອງຊຳເໜືອ ຈຳນວນ 20 ຄົນ ໄປເຄື່ອນໄຫວຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ເປັນຕົ້ນລົງເກັບຂີ້ເຫຍື້ອຕາມແຄມທາງ ແລະ ແຄມແມ່ນໍ້າຊຳ, ຊື່ງໄດ້ເລີ່ມແຕ່ຈຸດສົນຂົວນໍ້າຊຳ 1 ຂື້ນໄປຫາຂົວນໍ້າຊຳ 2 ແຄມຕະຫຼາດຕົວເມືອງຊຳເໜືອຕື່ມອີກ.

……………………….

ຂ່າວ-ພາບ:ຄານທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version