Home ຂ່າວກິລາ ຄະນະນັກເຕະ ຢູ-23 ທີມຊາດລາວ ເດີນທາງເຂົ້າຮ່ວມແຂ່ງຂັນເຕະບານ ຊີງແຊ໋ມອາຊຽນ 2023 ທີ່ປະເທດໄທ

ຄະນະນັກເຕະ ຢູ-23 ທີມຊາດລາວ ເດີນທາງເຂົ້າຮ່ວມແຂ່ງຂັນເຕະບານ ຊີງແຊ໋ມອາຊຽນ 2023 ທີ່ປະເທດໄທ

0

ຄະນະນັກເຕະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼື ຢູ-23 ນຳໂດຍ ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວໜ້າຄະນະນັກກິລາ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກິລາ ອອກເດີນທາງເຂົ້າຮ່ວມການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ ຊີງແຊ໋ມອາຊຽນ ປະຈຳປີ 2023 ທີ່ແຂວງຣະຢອງ ປະເທດໄທ ເປັນເຈົ້າພາບ ໃນຕອນເຊົ້າວັນທີ 15 ສິງຫາ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ສຳລັບລາຍຊື່ນັກກິລາ ມີທັງໝົດ 27 ຄົນ ກ່ອນຈະຄັດໃຫ້ເຫຼືອ 23 ຄົນສຸດທ້າຍ ໃນວັນທີ 16 ສິງຫາ 2023 ປະກອບມີ ຜູ້ຮັກສາປະຕູ: ອານຸລັກ ວິລະຜົນ ຈາກສະໂມສອນ ມາດເຕີ ເຊເວັນ ເອັບຊີ, ກົບ ໂລກພະທິບ ຈາກສະໂມສອນ ເອສຣາ ເອັບຊີ, ຊະນະໄຊ ສອນທະວົງ ຈາກສະໂມສອນ ເມືອງຫາດ (ລີກ 2 ນະຄອນຫຼວງ) ແລະ ສໍລະສັກ ທິລະວົງ ຈາກສະໂມສອນ ຊ້າງນ້ອຍ ເອັບຊີ; ກອງຫຼັງ: ພຸດທະວົງ ສັງວິໄລ ຈາກສະໂມສອນ ເອສຣາ ເອັບຊີ, ເພັດດາວັນ ສົມສະນິດ ຈາກສະໂມສອນ ມາດເຕີ ເຊເວັນ ເອັບຊີ, ອາລິຍາກອນ ຟອງສະຫວັນ ຈາກສະໂມສອນ ເອັດທີທີ (ລີກ 2 ນະຄອນຫຼວງ) ຄຳສະຫງ່າ ພິມມະສອນ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ (ລີກ 2 ນະຄອນຫຼວງ), ອານຸລັກ ວັນນະລາດ ຈາກສະໂມສອນ ເອັບຊີ ຈັນທະບູລີ (ລີກ 2 ນະຄອນຫຼວງ), ອິນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ ເອັບຊີ, ຈິດຕະກອນ ວັນນະຈອນ ຈາກສະໂມສອນ ຫຼວງພະບາງ ເອັບຊີ, ວິກຕໍ ໄຊຊະນະ ໂຍວິນາສັກ ຈາກສະໂມສອນ IS-CSELONGEY (ລີກ 3 ປະເທດຝຣັ່ງ) ແລະ ອິນທະວົງ ຫຼວງສະລາດ ຈາກສະໂມສອນ ເຮັດບີທີ 941 (ລີກ 2 ນະຄອນຫຼວງ).

ສ່ວນກອງກາງ: ຈັນທະວີໄຊ ຂຸນທຸມພອນ, ດາໝົດ ທອງຄໍາສະຫວັດ, ອານຸສອນ ໄຊປັນຍາ ຈາກສະໂມສອນກິລາ ເອສຣາ ເອັບຊີ, ຈັນທະວີພອນ ພູມສະຫວັນ, ອານຸລັກ ໄຊຍະລາດ ຈາກສະໂມສອນ ນ້ຳທາ ຢູໄນເຕັດ, ສຸພັນ ຄຳໃບອ່ອນ, ທະນູທອງ ກຽດນະລົງລົບ ແລະ ຄອນສະຫວັນ ແກ້ວຫນູຈັນ ຈາກສະໂມສອນ ຊ້າງນ້ອຍ ເອັບຊີ; ກອງໜ້າ: ພຸດທະຈັກ ວົງສິຣິ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ (ລີກ 2 ນະຄອນຫຼວງ), ພົມມາ ໂຄດພູທອນ ຈາກສະໂມສອນ ເອັດທີທີ (ລີກ 2 ນະຄອນຫຼວງ), ຍອດຊາຍ ສາຍອໍາພອນ ຈາກສະໂມສອນ ເອສຣາ ເອັບຊີ, ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກສະໂມສອນ ກອງທັບ ເອັບຊີ, ສຸກພະຈັນ ເລື່ອນທະລາ ຈາກສະໂມສອນ ມາດເຕີ ເຊເວັນ ເອັບຊີ ແລະ ທິບພະຈັນ ຄຳໃບອ່ອນ ຈາກສະໂມສອນ ເມືອງຫາດ ຢູໄນເຕັດ (ລີກ 2 ນະຄອນຫຼວງ).

ຂະນະທີ່ການແຂ່ງຂັນເຕະບານລາຍການດັ່ງກ່າວ ມີທັງໝົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມ A ມີ ທີມຊາດໄທ ເຈົ້າພາບ, ກຳປູເຈຍ, ບຣູໄນ ແລະ ທີມຊາດມຽນມາ; ກຸ່ມ B ມີ ທີມຊາດຕີມໍເລດເຕ, ມາເລເຊຍ ແລະ ທີມຊາດອິນໂດເນເຊຍ; ກຸ່ມ C ມີ ທີມຊາດຫວຽດນາມ, ຟີລິບປິນ ແລະ ທີມຊາດລາວ. ຊຶ່ງຕາຕະລາງການແຂ່ງຂັນຂອງທີມຊາດລາວ ໃນວັນທີ 18 ສິງຫາ 2023 ເວລາ 16:00 ໂມງ ພົບ ຟີລິບປິນ ແຂ່ງຂັນຢູ່ທີ່ສະໜາມ RAYONG PROVINCIAL STADIUM ແລະ ໃນວັນທີ 20 ສິງຫາ 2023 ເວລາ 16:00 ໂມງ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະໜາມ RAYONG PROVINCIAL STADIUM.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ພາບ-ຂໍ້ມູນ: ສຕລ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version