Home ຂ່າວກິລາ ມັນຊິນີ ລາອອກຈາກຕຳແໜ່ງຜູຸ້ຈັດການທີມຊາດອີຕາລີ

ມັນຊິນີ ລາອອກຈາກຕຳແໜ່ງຜູຸ້ຈັດການທີມຊາດອີຕາລີ

0

ໄປແບບບໍ່ທັນຕັ້ງຕົວ ເມື່ອສະຫະພັນບານເຕະອີຕາລີ ປະກາດວ່າ ໂຣແບໂຕ ມັນຊີນີ່ ອອກຈາກຕໍາແໜ່ງຫົວໜ້າຄູຝຶກທີມຊາດອີຕາລີເປັນທີ່ຮຽບຮ້ອຍແລ້ວ.

ມັນຊີນີ່ ແລະ ສະຫະພັນບານເຕະອິຕາລີ ຕ່າງເຫັນພ້ອມທີ່ຈະແຍກທາງກັນໃນຕອນນີ້ ໂດຍທີ່ການແຂ່ງຂັນເຕະບານ ເອີໂຣ ກໍາລັງຈະເລີ່ມຕົ້ນໃນ 10 ເດືອນຂ້າງໜ້າ.

ການລາອອກຂອງ ມັນຊີນີ່ ຖືເປັນເລື່ອງບໍ່ທັນຕັ້ງຕົວ ເພາະເມື່ອບໍ່ເທົ່າໃດມື້ທີ່ຜ່ານມາ ເຂົາຫາກໍຮັບຕໍາແໜ່ງຜູ້ປະສານງານກັບທີມທີມຊາດຊຸດເຍົາວະຊົນໃນຫຼາຍຮຸ່ນຄົນ ເຊິ່ງເປັນບົດບາດທີ່ເຮັດໃຫ້ເຂົາມີອໍານາດໃນເລື່ອງການພັດທະນານັກເຕະດາວຮຸ່ງຫຼາຍຂຶ້ນ.

“ສະຫະພັນບານເຕະອິຕາລີ ຂໍປະກາດວ່າໄດ້ຮັບຈົດໝາຍລາອອກຈາກຕໍາແໜ່ງຄູຝຶກທີມຊາດຂອງ ໂຣແບໂຕ ມັນຊີນີ່ ເມື່ອຕອນແລງວານນີ້ ” ຖະແຫຼງການລະບຸ.

ການລາອອກ ເກີດຂຶ້ນກ່ອນເກມການແຂ່ງຂັນເອີໂຣ 2024 ຮອບຄັດເລືອກ ທີ່ອີຕາລີ ຈະພົບກັບ ນອດ ມາຊີໂດເນຍ ແລະ ອູແກຣນ ໃນເດືອນໜ້າ.

ພວກເຂົາເສຍໃຫ້ກັບອັງກິດ ໃນນັດທໍາອິດຂອງຮອບຄັດເລືອກ ກ່ອນທີ່ຈະເອົາຊະນະ ມອນຕາ ໃນເກມຖັດມາ ເຮັດໃຫ້ປັດຈຸບັນນີ້ ພວກເຂົາຢູ່ໃນອັນດັບ 3 ຂອງກຸ່ມ ແຕ່ມີການແຂ່ງຂັນໜ້ອຍກວ່າເພື່ອນຮ່ວມກຸ່ມ.

ຄູຝຶກສອນ ອາຍຸ 58 ປີ ເຂົ້າຮັບຕໍາແໜ່ງກັບ ອີຕາລີ ໃນປີ 2018 ແລະ ຊ່ວຍໃຫ້ທີມປະສົບຜົນສໍາເລັດຄວ້າແຊັມເອີໂຣ ໃນປີ 2020 ຢ່າງໃດກໍຕາມ, ເຂົາກໍພົບກັບກັບຄວາມຫຼົມແຫຼວເຊັ່ນກັນ ເພາະອົດໄປແຂ່ງຂັນເຕະບານໂລກ 2022.

ເຂົາມີສັນຍາຈົນເຖິງປີ 2026, ແຕ່ກໍຈະແຍກທາງແຕ່ພຽງເທົ່ານີ້ ແລະ ສັ່ງລາໄປ ໂດຍພາ ອິຕາລີ ຄວ້າໄຊຊະນະ 39 ນັດ, ສະເໝີ 13 ນັດ ແລະ ເສຍໄປ 9 ເກມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version