Home ຂ່າວກິລາ ເບຍລາວ ຮ່ວມກັບສື່ມວນຊົນ ຈັດກິດຈະກຳແຂ່ງຂັນເຕະບານ ສະຫຼອງວັນສື່ມວນຊົນ ຄົບຮອບ 73 ປີ ຢ່າງຟົດຟື້ນ

ເບຍລາວ ຮ່ວມກັບສື່ມວນຊົນ ຈັດກິດຈະກຳແຂ່ງຂັນເຕະບານ ສະຫຼອງວັນສື່ມວນຊົນ ຄົບຮອບ 73 ປີ ຢ່າງຟົດຟື້ນ

0

ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບັນດາສື່ມວນຊົນທຸກຂະແໜງການ ທັງໂທລະພາບ, ວິທະຍຸ ແລະ ໜັງສືພິມ ຈັດກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73 ປີ (13 ສິງຫາ 1950-13 ສິງຫາ 2023) ຢ່າງເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.

ກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 11 ສິງຫາ 2023 ທີ່ສະໜາມກິລາຫຍ້າທຽມວິກຕໍຣີ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະກຳ ເພື່ອສັງຄົມ ແລະ ບໍລິຫານ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າບັນນາທິການ ແລະ ນັກຮົບສື່ມວນຊົນທຸກຂະແໜງການ, ພະນັກງານທັງສອງຝ່າຍຢ່າງເປັນຂະບວນຟົດຟື້ນ.

ກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ ນອກຈາກເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ ຄົບຮອບ 73 ປີແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ, ພົບປະ, ແລກປ່ຽນເຊິ່ງກັນ ແລະ ກັນ, ສົ່ງເສີມການອອກກຳລັງກາຍດ້ວຍການຫຼິ້ນກິລາເພື່ອສຸຂະພາບ ແລະ ມິດຕະພາບ ລະຫວ່າງ ຄະນະນຳ, ພະນັກງານ ແລະ ນັບຮົບສື່ມວນຊົນທຸກຂະແໜງການໃຫ້ມີຄວາມໃກ້ຊິດຕິດແທດ ແນໃສ່ເຮັດໃຫ້ການປະສານວຽກງານຕ່າງໆມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ. ຜ່ານການແຂ່ງຂັນຜົນປະກົດວ່າ ທີມບໍລິສັດ ເບຍລາວ ຈຳກັດ ສາມາດໂຊຟອມເກັ່ງເອົາຊະນະ ທີມລວມສື່ມວນຊົນ ໄປໄດ້ 7-5 ປະຕູ.

ພາບໂດຍ: ຂັນໄຊ ຂປລ

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version