Home ຂ່າວພາຍໃນ ກອງພັນໃຫຍ່ 202 ປະກາດການຈັດຕັ້ງ ຄະນະບັນຊາກອງພັນ, ຮອງພະແນກເຕັກນິກ

ກອງພັນໃຫຍ່ 202 ປະກາດການຈັດຕັ້ງ ຄະນະບັນຊາກອງພັນ, ຮອງພະແນກເຕັກນິກ

0

ວັນທີ 15 ສີງຫາ 2023 ນີ້ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດ ພິທີປະກາດການຈັດຕັ້ງ ຄະນະບັນຊາກອງພັນໃຫຍ່, ຮອງພະແນກ ເຕັກນິກ ຢູ່ທີ່ສະໂມສອນກົມກອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ທອງນູ ເຊັງຫວ່າງ ຄະນະພັກກອງພົນ ຫົວໜ້າຫ້ອງ ເຕັກນິກ ພົນກອງທີ 2, ມີພະແນກການທີ່ກ່ຽວຂ້ອງຈາກກອງພົນ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 202, ກອງພັນນ້ອຍ, ພະແນກການ, ຂະແໜງການພ້ອມດ້ວຍຜູ່ທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ໄຊຊະນະ ສີສົມພອນ ຫົວໜ້າພະແນກພະນັກ ງານຫ້ອງການເມືອງກອງພົນທີ 2 ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກອງພັນໃຫຍ່ ຮັບຜິດຊອບວຽກງານເຕັກນິກ ກອງພັນໃຫຍ່ 202 ແລະ ຂໍ້ຕົງລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກ ເຕັກນິກ ກອງພັນໃຫຍ່ 202 ໂດຍອີງຕາມກົດໝາຍນາຍທະຫານກອງທັບ ປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດ ທາງກ່ຽວກັບການປັບປຸງບູລະນະການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະ ກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າ ທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນນັ້ນຕົກລົງແຕ່ງ ຕັ້ງ ສະຫາຍ ພັນຕີ ຄຳພັນ ຈັນທະວີໄຊ ເປັນຮອງຫົວໜ້າກອງພັນໃຫຍ່ ຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າພະແນກເຕັກນິກ ກອງ ພັນໃຫຍ່ 202 ປ່ຽນແທນສະຫາຍ ພັນໂທ ຄຳມອນ ເທບພະວົງ ພັກການ ເພື່ອກຽມຮັບອຸດໜຸນບຳນານ, ແຕ່ງຕັ້ງສະຫາຍ ພັນຕີ ບຸນລ່ຽມ ພົນອາສາ ເປັນຮອງຫົວໜ້າພະແນກເຕັກນິກ ກອງພັນໃຫຍ່ 202.

ໂອກາດນີ້, ສະຫາຍ ພັນເອກ ທອງນູ ເຊັງຫວ່າງ ກໍ່ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ສືກສາອົບຮົມ ການເມືອງນຳພາແນວຄິດ ຕິດພັນກັບວຽກງານວິຊາສະເພາະເຕິກນິກ ໃຫ້ມີຄວາມຊຳນິຊ່ຳນານ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ ສອດຄ່ອງ ບົນພື້ນຖານຕ້ອງປະຕິບັດຫລັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ໃນການເຝິກຝົນຫລໍ່ຫລອມຕົນເອງຕັ້ງໜ້າປະກອບສ່ວນເຂົ້າ ໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມ ແຂງ-ໜັກແໜ້ນໃນທຸກດ້ານ.

ພາບ-ຂ່າວ: ຄຳຊາຍ ກວ່າງຄຸນສີ

ເບີ 02097411822.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version