Home ຂ່າວໜ້າໜຶ່ງ ອົງການໄອຍະການປະຊາຊົນ ເຕີບໃຫຍ່ເຂັ້ມແຂງພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ

ອົງການໄອຍະການປະຊາຊົນ ເຕີບໃຫຍ່ເຂັ້ມແຂງພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ

0

ພາຍໃຕ້ລັດຖະທຳມະນູນ, ອົງການໄອຍະການປະຊາຊົນ ໄດ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ຮອບດ້ານ, ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງສັກສິດ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນ ໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະເທດຊາດ ໄດ້ຮັບການພັດທະນາທາງດ້ານເສດຖະກິດ-ສັງຄົມ ຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ.

ໃນໂອກາດ ວັນລັດຖະທຳມະນູນຄົບຮອບ 32 ປີ (15/8/1991–15/8/2023) ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ໄດ້ມີຄຳເຫັນວ່າ: ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ອົງການໄອຍະການປະຊາຊົນ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1990 ໂດຍປະຕິບັດພາລະບົດບາດຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ, ປົກປ້ອງສິດຜົນປະໂຫຍດ ຂອງລັດ, ຂອງສັງຄົມ, ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ. ນັບແຕ່ໄດ້ຮັບການກໍ່ຕັ້ງ ອົງການໄອຍະການປະຊາຊົນ ກໍໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ ແລະ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ ນັບມື້ມີຄວາມສັກສິດ.

ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ມີອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ 3 ພາກ, ອົງການໄອຍະການປະຊາຊົນ 17 ແຂວງ ແລະ ນະຄອນຫລວງ, ອົງການໄອຍະການປະຊາຊົນ 46 ເຂດ, ພະນັກງານໄອຍະການປະຈຳເມືອງ ແລະ ອົງການໄອຍະການທະຫານ ເຮັດໃຫ້ການແກ້ໄຂຂໍ້ຂັດແຍ່ງ ຖືກຕ້ອງ, ເປັນທຳ, ສັກສິດ, ສົມເປັນກຳລັງແຮງຂອງພັກ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ. ເຖິງຢ່າງໃດກໍຕາມ, ກໍເຫັນວ່າ ຍັງມີບາງດ້ານຕ້ອງໄດ້ປັບປຸງແກ້ໄຂ ຊຶ່ງໃນຕໍ່ໜ້ານີ້ ຈະເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ໃນລະບົບອົງການໄອຍະການປະຊາຊົນ ໃຫ້ມີທັດສະນະດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳໜັກແໜ້ນ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ; ປັບປຸງການຈັດຕັ້ງ ສົມເປັນເຄື່ອງມືຜະເດັດການກຳມະຊີບຂອງພັກ; ຍົກສູງຄຸນນະພາບຕິດຕາມກວດກາການປະຕິບັດກົດໝາຍ; ພັດທະນາພື້ນຖານວັດຖຸເຕັກນິກ; ຮ່ວມມືກັບຕ່າງປະເທດ; ເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານໄອຍະການປະຊາຊົນ.

ທ່ານ ຄຳເພັດ ສົມວໍລະຈິດ ໃຫ້ຮູ້ອີກວ່າ: ນັບເປັນເວລາຫລາຍພັນປີມາແລ້ວ ທີ່ບັນພະບູລຸດຂອງຊາດລາວເຮົາ ໄດ້ພ້ອມກັບປະຊາຊົນລາວບັນດາເຜົ່າ ດຳເນີນການຕໍ່ສູ້ເພື່ອການດຳລົງຄົງຕົວ ແລະ ຂະຫຍາຍຕົວຢູ່ບົນດິນແດນອັນແສນຮັກແຫ່ງນີ້ ໂດຍສະເພາະ ເຈົ້າຟ້າງຸ່ມ ໄດ້ພາປະຊາຊົນເຮົາກໍ່ຕັ້ງ ແລະ ສ້າງປະເທດລ້ານຊ້າງ ເອກະພາບ ແລະ ຈະເລີນຮຸ່ງເຮືອງ, ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ປະຊາຊົນລາວບັນດາເຜົ່າ ໄດ້ດຳເນີນການຕໍ່ສູ້ອັນຫຍຸ້ງຍາກລຳບາກ, ພິລະອາດຫານ ແລະ ເຕັມໄປດ້ວຍຄວາມເສຍສະລະ ຈົນສາ ມາດທັບມ້າງແອກຄອບຄອງ, ການກົດຂີ່ຂອງພວກລ່າເມືອງຂຶ້ນ ແລະ ລະບອບສັກດີນາໃຫ້ພັງທະລາຍ ລົງຢ່າງສິ້ນເຊີງ, ປົດປ່ອຍປະເທດຊາດຢ່າງສົມບູນ, ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໃນວັນທີ 2 ທັນວາ 1975, ອັນໄດ້ໄຂສັງກາດໃໝ່, ສັງກາດທີ່ປະເທດຊາດມີເອກະລາດ ແລະ ປະຊາຊົນ ໄດ້ມີອິດສະລະພາບຢ່າງແທ້ຈິງ ໂດຍໄດ້ປະກາດໃຊ້ລັດຖະທຳມະນູນສະບັບປະຫວັດສາດຂອງປະເທດເຮົາ ໃນວັນທີ 15 ສິງຫາ 1991, ເປັນກົດໝາຍພື້ນຖານຂອງຊາດລາວເຮົາ, ເປັນການຮັບຮູ້ຜົນງານອັນຍິ່ງໃຫຍ່ທີ່ປະຊາຊົນເຮົາຍາດມາໄດ້ ໂດຍກຳນົດລະບອບການເມືອງ, ເສດຖະກິດ ແລະ ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່, ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ການປະກອບຄວາມເຫັນຢ່າງກວ້າງຂວາງ ຂອງປະຊາຊົນໃນທົ່ວປະເທດ, ສ່ອງແສງຢ່າງຈະແຈ້ງເຖິງເຈດຈຳນົງອັນສູງສົ່ງ ຍາວນານ ແລະ ຄວາມຕັດສີນໃຈອັນແຮງກ້າຂອງວົງຄະນະຍາດແຫ່ງຊາດທີ່ຈະພ້ອມກັນສູ້ຊົນ ເພື່ອບັນລຸຈຸດໝາຍ ສ້າງປະເທດລາວໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ.

ໂດຍ: ຄຳເພັດ ສົມວໍລະຈິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version