Home ແຈ້ງການສໍາຄັນ ແຈ້ງເຕືອນສະພາບດິນເຈື່ອນ ວັນທີ 15 ສິງຫາ 2023

ແຈ້ງເຕືອນສະພາບດິນເຈື່ອນ ວັນທີ 15 ສິງຫາ 2023

0

ແຈ້ງເຕືອນສະພາບດິນເຈື່ອນ ປະຈໍາວັນທີ 15 ສິງຫາ 2023 ຍ່ອມຄວາມ ກົດດັນອາກາດຕໍ່າທີ່ພາກເໜືອຂອງປະເທດຈີນ ຍັງຈະສືບຕໍ່ແຜ່ລົງມາ ຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງ ໃຕ້ຍັງມີກໍາລັງແຮງປານກາງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງຫາ ພາກ ກາງ. ເນື່ອງຈາກວ່າຝົນຍັງຈະສືບຕໍ່ຕົກໃນລະດັບປານກາງ ຫາ ໜັກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກ ຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ເກີດມີດິນເຈືື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບ ນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ສໍາລັບນະຄອນຫລວງວຽງຈັນ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ ບາງບໍລິເວນ ຫລືເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 24-34 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version