Home ຂ່າວດ່ວນ ເມືອງຄູນຄຳ ເລັ່ງຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

ເມືອງຄູນຄຳ ເລັ່ງຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

0

ໃນຕົ້ນເດືອນສິງຫາ 2023 ຜ່ານມານີ້, ເມືອງຄູນຄຳ ແຂວງຄຳມ່ວນ ເປັນເມືອງໜຶ່ງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຮັດໃຫ້ບ້ານເຮືອນ, ເນື້ອທີ່ທຳການຜະລິດ ແລະ ສັດລ້ຽງ ຂອງປະຊາຊົນ ຖືກນ້ຳຖ້ວມ ເສຍຫາຍເປັນຈຳນວນຫລາຍ ໂດຍສະເພາະ ໄຟຟ້າຖືກຕັດຂາດ ໃນທົ່ວເມືອງ ຈໍານວນ 22 ບ້ານ(ປັດຈຸບັນ ມີພຽງ 2 ບ້ານ ຢູ່ເທສະບານເມືອງ ທີ່ໄດ້ຊົມໃຊ້ໄຟຟ້າ). ຕໍ່ກັບບັນຫາດັ່ງກ່າວ, ຄະນະນຳເມືອງຄູນຄຳ ກໍຄື ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ໄດ້ເລັ່ງໃຫ້ການຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ໃນເບື້ອງຕົ້ນແລ້ວ ແລະ ພາຍຫລັງນ້ຳບົກແຫ້ງ ເປັນປົກເປັນກະຕິ ພາກສ່ວນກ່ຽວຂ້ອງຈະເລັ່ງຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນ ໃນແຕ່ລະດ້ານ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ທ່ານ ວັນນະຫົງ ທຳມະວົງສາ ຮອງເຈົ້າເມືອງຄູນຄຳ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ເມືອງຄູນຄຳ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງໜັກໜ່ວງ, ບ້ານເຮືອນຂອງປະຊາຊົນ ຖືກນໍ້າຖ້ວມ ທັງໝົດ 14 ບ້ານ, ມີປະຊາ ຊົນໄດ້ຮັບຜົນກະທົບ 12.767 ຄົນ, ມີ 2.575 ຫລັງຄາເຮືອນ, 2.812 ຄອບຄົວ, ເນື້ອທີ່ທຳການຜະລິດ ຖືກນ້ຳຖ້ວມ ເສຍຫາຍ 6 ພັນກວ່າເຮັກຕາ ແລະ ສັດລ້ຽງສູນຫາຍທັງໝົດ 11 ພັນກວ່າໂຕ. ຕໍ່ບັນຫາດັ່ງກ່າວ, ພາຍຫລັງ ນ້ຳບົກແຫ້ງລົງເປັນປົກກະຕິ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ຈະເລັ່ງຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນ ໃນທຸກໆດ້ານຢ່າງຮີບດ່ວນ ໂດຍສະເພາະ ຈະເລັ່ງຟື້ນຟູພື້ນຖານໂຄງລ່າງຕ່າງໆ ເປັນຕົ້ນ ລະບົບໄຟຟ້າ, ນ້ຳ, ສ້ອມແປງໂຮງຮຽນ, ໂຮງໝໍ, ຫ້ອງການບ້ານ, ລະບົບຊົນລະປະທານ ແລະ ອື່ນໆ ທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ພ້ອມທັງຈະປັບປຸງເສັ້ນທາງສາຍຕ່າງໆ ທີ່ເປ່ເພ, ທີ່ຕ່ຳ, ນ້ຳຖ້ວມເປັນປະຈຳ (ຍົກເສັ້ນທາງຂຶ້ນຕື່ມ) ໂດຍສະເພາະເສັ້ນທາງ ລະຫວ່າງບ້ານນາເມືອງ ຫາ ບ້ານກອງລໍ ທີ່ຖືກນ້ຳຖ້ວມເປັນປະຈຳ ແລະ ຈະຟື້ນຟູພື້ນທີ່ທຳການຜະລິດ ຂອງປະຊາຊົນ ໂດຍການສະໜອງແນວພັນເຂົ້າ, ແນວພັນພືດ, ແນວພັນສັດ ແລະ ອື່ນໆ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຢ່າງທົ່ວເຖິງ ເພື່ອສືບຕໍ່ທຳການຜະລິດ ໃນລະດູແລ້ງ. ພ້ອມທັງ, ຈະເຝົ້າລະວັງພະຍາດຄົນ, ສັດທີ່ອາດຈະເກີດຂຶ້ນພາຍຫລັງນ້ຳບົກແຫ້ງລົງ ແນໃສ່ຫລີກລ່ຽງ ຜົນກະທົບທີ່ຈະຕາມມາ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ພາຍໃນເມືອງຄູນຄຳ ກັບຄືນມາສູ່ສະພາບປົກກະຕິໂດຍໄວ.

ສຳລັບ ເສັ້ນທາງ 8A ລະຫວ່າງເມືອງຄູນຄຳ ແຂວງຄຳມ່ວນ-ເມືອງຄຳເກີດ ແຂວງບໍລິຄຳໄຊລັດຖະບານ ມີແຜນຈະສ້າງທາງລອດອຸມຸງ (ເຈາະອຸມົງ) ໂດຍໄດ້ມີການສຳຫລວດແລ້ວ ແຕ່ຍັງລໍຖ້າຫງົບປະມານໃນການກໍ່ສ້າງ, ຖ້າເສັ້ນທາງດັ່ງກ່າວ ໄດ້ກໍ່ສ້າງຕາມເປົ້າໝາຍ ຈະເຮັດໃຫ້ການເດີນທາງໄປ-ມາຂອງປະຊາຊົນ ມີຄວາມສະດວກສະບາຍ, ວ່ອງໄວ, ປອດໄພ ຈາກດິນເຊາະເຈື່ອນ.

ຂ່າວ-ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version