Home ຂ່າວດ່ວນ ການສັນຈອນຜ່ານເມືອງພູຄູນ ປັດຈຸບັນຍັງພົບຄວາມຫຍຸ້ງຍາກ

ການສັນຈອນຜ່ານເມືອງພູຄູນ ປັດຈຸບັນຍັງພົບຄວາມຫຍຸ້ງຍາກ

0

ນັບແຕ່ເກີດມີຝົນຕົກຕໍ່ເນື່ອງມາແຕ່ເດືອນກໍລະກົດ ຈົນເຖິງປັດຈຸບັນ ເຮັດໃຫ້ສະພາບເສັ້ນທາງເຂດເມືອງພູຄູນ ພົບຄວາມຫຍຸ້ງຍາກຫລາຍ ໂດຍສະເພາະເສັ້ນທາງຫລວງແຫ່ງຊາດເລກທີ 7 ແລະ ເສັ້ນທາງຫລວງແຫ່ງຊາດເລກທີ 13 ເໜືອ. ທ່ານ ແສງດາວ ຫລວງວິເສດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງພູຄູນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 12 ສິງຫາ 2023 ນີ້ວ່າ: ປັດຈຸບັນ ການສັນຈອນຜ່ານເສັ້ນທາງຫລວງແຫ່ງຊາດເລກທີ 7 ແຕ່ເມືອງພູຄູນ ຫາແຂວງຊຽງຂວາງ ແລະ ເສັ້ນທາງຫລວງແຫ່ງຊາດເລກທີ 13 ເໜືອ ແຕ່ເມືອງກາສີ ແຂວງວຽງຈັນຫາເມືອງພູຄູນ ແລະ ເມືອງຊຽງເງິນ ແຂວງຫລວງພະບາງແມ່ນເກີດມີດິນເຈື່ອນ ແລະດິນຍຸບຫລາຍຈຸດ ເຊິ່ງບໍລິສັດຮັບເໝົາການແກ້ໄຂໄພພິບັດສຸກເສີນ ໄດ້ເອົາໃຈໃສ່ແກ້ໄຂເບື້ອງຕົ້ນ ເພື່ອບໍ່ໃຫ້ການສັນຈອນຕິດຂັດ. ສຳລັບເສັ້ນທາງຫລວງທ້ອງຖີ່ນ ແມ່ນໄດ້ຮັບຜົນກະທົບຫລາຍຈຸດ ບາງຈຸດສາມາດສັນຈອນໄດ້ພຽງລົດຈັກ, ເຊິ່ງຄະນະນຳຂອງເມືອງໄດ້ມອບອຸປະກອນ ແລະ ລະດົມໃຫ້ປະຊາຊົນ ພ້ອມກັນແກ້ໄຂເບື້ອງຕົ້ນ ໂດຍນຳໃຊ້ແຮງງານປະຊາຊົນພາຍໃນບ້ານ. ພ້ອມນີ້, ໄດ້ປັກເຄື່ອງໝາຍໄວ້ທຸກຈຸດທີ່ມີຄວາມສ່ຽງຈະເກີດອຸບັດເຫດ, ເພື່ອເຮັດໃຫ້ການສັນຈອນມີຄວາມປອດໄພ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງພູຄູນ ໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດ ໃຊ້ຖະໜົນ ຈົ່ງເພີ່ມສະຕິລະວັງຕົວໃນການສັນຈອນ.

ທ່ານ ແສງດາວ ຫລວງວິເສດ ຍັງໃຫ້ຮູ້ຕື່ມວ່າ: ນອກຈາກສະພາບເສັ້ນທາງທີ່ໄດ້ຮັບຜົນກະທົບ ໄດ້ມີເຮືອນຂອງປະຊາຊົນຖືກດິນຍຸບໝົດຫລັງ ຈຳນວນ 3 ຫລັງ ແລະ ຍັງມີຄວາມສ່ຽງອີກຫລາຍຫລັງ, ມາຮອດປັດຈຸບັນ ໄດ້ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ ສຳລັບເຮືອນຂອງປະຊາຊົນ 5 ຕື້ກວ່າກີບ, ສ່ວນເສັ້ນທາງ 10 ຕື້ກວ່າກີບ. ສຳລັບແຜນການແກ້ໄຂໄລຍະຍາວ ຈະມີການເກັບກຳຂໍ້ມູນຜົນກະທົບໃຫ້ລະອຽດ ແລະ ຈະປະກອບເອກະສານເປັນການແກ້ໄຂແຕ່ລະໂຄງການ ແລະ ແຕ່ລະໜ້າວຽກໃນຂັ້ນຕໍ່ໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version