Home ຂ່າວພາຍໃນ ຜູ້ແທນຂັ້ນສູງ ສສ ຫວຽດນາມ ຢ້ຽມຢາມແຂວງຫຼວງພະບາງ

ຜູ້ແທນຂັ້ນສູງ ສສ ຫວຽດນາມ ຢ້ຽມຢາມແຂວງຫຼວງພະບາງ

0

ໂອກາດທີ່ຄະນະຜູ້ແທນຂັ້ນສູງ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ທ່ານ ນາງ ບຸ່ຍ ທິ ມິງ ຮວ່າຍ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍສູນກາງພັກອມມູນີດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມແຂວງຫຼວງພະບາງ ໃນວັນທີ 9 ສິງຫາ 2023 ເຊິ່ງໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງຫຼວງພະບາງ.

ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ກ່າວສະແດງຄວາມຍີນດີຕ້ອນຮັບ ທ່ານ ນາງ ບຸ່ຍ ທິ ມິງ ຮວ່າຍ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມແຂວງຫຼວງພະບາງ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ພ້ອມທັງຍົກໃຫ້ເຫັນເຖີງສາຍພົວພັນຮ່ວມມືຂອງສອງປະເທດກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ.

ທ່ານ ນາງ ບຸ່ຍ ທິ ມິງ ຮວ່າຍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ສຸກັນ ບຸນຍົງ ກໍ່ຄືການນຳ ຂອງແຂວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງໄມຕິຈິດມິດຕະພາບ ພ້ອມກັນນີ້ ທ່ານໄດ້ໃຫ້ຮູ້ວ່າການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນປະຕິບັດຕາມບົດບັນທຶກການພົວພັນຮ່ວມມື ຂອງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ເຊັນກັນໃນ ປີ 2021 ທີ່ຜ່ານມາ ແລະ ການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນເທື່ອນີ້ ຄະນະໄດ້ພົບປະກັບຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ຢ້ຽມຄຳນັບການນຳຂັ້ນສູງ ຂອງ ສປປ ລາວ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືພິເສດຮອບດ້ານ ຂອງສອງພັກ-ສອງລັດ ກໍ່ຄືປະຊາຊົນສອງຊາດ ຫວຽດ ນາມ-ລາວ ລາວ-ຫວຽດນາມ ພ້ອມກັນນີ້ ຄະນະໄດ້ນຳເອົາຄອມພິວເຕີຕັ້ງໂຕະຈຳນວນ 10 ຊຸດມອບໃຫ້ແຂວງຫຼວງພະບາງ ແລະ ໄດ້ທ່ຽວຊົມພື້ນຖານວັດທະມະທຳເກົ່າແກ່ ພື້ນຖານເສດຖະກິດ ຂອງແຂວງຈຳນວນໜຶ່ງຕື່ມອິກ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version