Home ແຈ້ງການສໍາຄັນ ພະຍາກອນອາກາດ ວັນທີ 12 ສິງຫາ 2023

ພະຍາກອນອາກາດ ວັນທີ 12 ສິງຫາ 2023

0

ພະຍາກອນອາກາດ ປະຈໍາວັນທີ 12 ສິງຫາ 2023 ຄວາມກົດດັນຕໍ່າຂອງ ອາກາດຮ້ອນໄດ້ປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງພັດປົກຄຸມ, ຊຶ່ງຍັງຈະເຮັດໃຫ້ ອາກາດຮ້ອນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.

ສໍາລັບ ນະຄອນຫລວງວຽງຈັນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນ ລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 25-33 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version